ອາ​ຣັບ​ບີ ຊະ​ອຸ​ດິ ໜູນ​ຊ່ວຍ​ຊາວ ຫວຽດ​ນາມ ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ

(VOVWORLD) -        ວັນທີ 28 ເມສາ ຢູ່ ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຮັບບ້ວງເງິນໜູນຊ່ວຍດ້ວຍມູນຄ່າກວ່າ 166.000 USD ຈາກ ສູນຊ່ວຍເຫຼືອ ແລະ ມະນຸດສະທຳ ກະສັດ Salman, ອາຣັບບີ ຊະອຸດິ ຊ່ວຍເຫຼືອໃຫ້ບັນດາຄອບຄົວ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ.
ອາ​ຣັບ​ບີ ຊະ​ອຸ​ດິ ໜູນ​ຊ່ວຍ​ຊາວ ຫວຽດ​ນາມ ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ - ảnh 1ການຊ່ວຍເຫຼືອທີ່ມີຄວາມໝາຍນີ້ ໄດ້ສະແດງໃຫ້ເຫັນໄມຕີຈິດອັນດີງາມຂອງ ລັດຖະບານ ແລະ ປະຊາຊົນ ອາຣັບບີ ຊະອຸດິ ມີຕໍ່ ລັດຖະບານ ແລະ ປະຊາຊົນ ຫວຽດນາມ (ພາບ: Vietnam+)

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາຣັບບີ ຊະອຸດິ ປະຈຳ ຫວຽດນາມ Saud F.M. Alsuwelim ຢັ້ງຢືນວ່າ ລັດຖະບານ ອາຣັບບີ ຊະອຸດິ ຕີລາຄາສູງ ແລະ ຍາມໃດກໍສະຫງວນອາລົມຈິດຄວາມຮັກແພງທີ່ດີງາມທີ່ສຸດໃຫ້ແກ່ ລັດຖະບານ ຫວຽດນາມ; ພ້ອມທັງປາດຖະໜາຢາກພັດທະນາສາຍພົວພັນກັບ ຫວຽດນາມ ໃນທຸກຂົງເຂດ. ໃນໄລຍະຈະມາເຖິງ, ຈະສະໜອງວັດສະດຸ, ອຸປະກອນການແພດທີ່ມີມູນຄ່າເຖິງ 500.000 USD ໃຫ້ ຫວຽດນາມ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ບັນດາການຊ່ວຍເຫຼືອທີ່ມີຄວາມໝາຍນີ້ ໄດ້ສະແດງໃຫ້ເຫັນໄມຕີຈິດອັນດີງາມຂອງ ລັດຖະບານ ແລະ ປະຊາຊົນ ອາຣັບບີ ຊະອຸດິ ມີຕໍ່ ລັດຖະບານ ແລະ ປະຊາຊົນ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ