ອາ​ວຸດ​ນິວ​ເຄຼຍ ຂອງ ອີ​ຣານ ແມ່ນ​ໄພ​ນາບ​ຂູ່​ຊ້ອນ​ແຝງ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ

(VOVWORLD) -ອາວຸດນິວເຄຼຍ ຂອງ ອີຣານ ແມ່ນໄພນາບຂູ່ຊ້ອນແຝງໃຫຍ່ທີ່ສຸດໃນພາກພື້ນ ແລະ ທົ່ວໂລກ. 
ອາ​ວຸດ​ນິວ​ເຄຼຍ ຂອງ ອີ​ຣານ ແມ່ນ​ໄພ​ນາບ​ຂູ່​ຊ້ອນ​ແຝງ​ໃຫຍ່​ທີ່​ສຸດ​ໃນ​ພາກ​ພື້ນ - ảnh 1ທ່ານ Aviv Kochavi ຫົວໜ້າກອງເສນາທິການກອງທັບ ອິດສະຣາແອັນ (ພາບ: azureedge)

ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນທີ 27 ທັນວາ, ທ່ານ Aviv Kochavi ຫົວໜ້າກອງເສນາທິການກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ບັນດາກຳລັງການທະຫານຂອງປະເທດນີ້ ໄດ້ຍົກສູງລະດັບກຽມພ້ອມປະຕິບັດບັ້ນການທະຫານຕ້ານຄືນໂຄງການນິວເຄຼຍ ຂອງ ອີຣານ ຖ້າມີຄວາມຈຳເປັນ, ພ້ອມທັງກີດຂວາງຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ຕັ້ງລູກສອນໄພນັບຮ້ອຍລູກຢູ່ ຊີຣີ.

        ທ່ານ Aviv Kochavi ກໍຢັ້ງຢືນວ່າ ອາວຸດນິວເຄຼຍ ຂອງ ອີຣານ ແມ່ນໄພນາບຂູ່ຊ້ອນແຝງໃຫຍ່ທີ່ສຸດໃນພາກພື້ນ ແລະ ທົ່ວໂລກ. ດັ່ງນັ້ນ, ຮອດຈຸດເວລາກໍ່ກຳລັງດັນຕໍ່ ອີຣານ ແລະ ສະກັດກັ້ນວິວັດທະນາການຜະລິດນິວເຄຼຍຂອງປະເທດນີ້. ຫວ່າງມໍ່ໆມານີ້, ກຳລັງກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນການຊ້ອມຮົບຈຳລອງການຖີ້ມລະເບີດໃສ່ເຕົາປະຕິກິລິຍານິວເຄຼຍຂອງ ອີຣານ 2 ຄັ້ງ.

ງອກແທກ - ນັກຂ່າວ VOV ປະຈຳ ອີຢິບ.


ຕອບກັບ

ຂ່າວ/ບົດ​ອື່ນ