ອາ​ເມ​ລິ​ກາ, ກູ​ບາ ຈັດ​ການ​ ເຈ​ລະ​ຈາ​​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ພາຍຫຼັງ 4 ປີ

(VOVWORLD) -ວັນທີ 21 ເມສາ, ອາເມລິກາ ແລະ ກູບາ ໄດ້ຈັດ ການ ເຈລະຈາທາງການທູດຂັ້ນສູງຄັ້ງທຳອິດພາຍຫຼັງ 4 ປີ ນັບແຕ່ເວລາຖືກຂາດວັກຂາດຕອນພາຍໃຕ້ອຳການປົກຄອງຂອງທ່ານປະທານາທິບໍດີ Donald Trump.
ອາ​ເມ​ລິ​ກາ, ກູ​ບາ ຈັດ​ການ​ ເຈ​ລະ​ຈາ​​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ພາຍຫຼັງ 4 ປີ - ảnh 1ພາບປະກອບ: Reuters

ການ ເຈລະຈາ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ລະຫວ່າງ ບັນດາເຈົ້າໜ້າທີ່ທາງການທູດຂັ້ນສູງ ອາເມລິກາ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ກູບາ Carlos Fernandez de Cossio. ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາຂົງເຂດທີ່ປະສົບຜົນສຳເລັດໃນການຮ່ວມມືກ່ຽວກັບການອົບພະຍົບ ກໍ່ຄືການກຳນົດສິ່ງກີດຂວາງ ເພື່ອແນໃສ່ຮັບປະກັນການອົບພະຍົບໃຫ້ຖືກກົດໝາຍ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ການເຈລະຈາໄດ້ດຳເນີນມາເປັນເວລາ 1 ວັນ ພາຍຫຼັງ ທີ່ບັນດາກຳລັງປ້ອງກັນຊາຍແດນປະເທດ ອາເມລິກາ ປະກາດຈຳນວນປະຊາຊົນກູບາ ຊອກຫາວິທີການເຂົ້າປະເທດ ອາເມລິກາ ຜິດກົດໝາຍ ໄດ້ເພີ່ມຂຶ້ນທົບ 2 ເທົ່າ ນັບແຕ່ເດືອນກຸມພາ ຫາ ເດືອນມີນາ ຂຶ້ນເຖິງ 32.500 ຄົນ ແລະ ເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ກັບເດືອນຕຸລາ ຂອງປີກາຍ.

ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ເນັ້ນໜັກວ່າ ການເຈລະຈາຄືແບບນີ້ໄດ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ຈະເດີນຕາມການປຶກສາຫາລືທີ່ມີລັກສະນະສ້າງສັນ ກັບລັດຖະບານ ກູບາ ກ່ຽວກັບຂົງເຂດທີ່ເໝາະສົມ ເພື່ອຊຸກຍູ້ຜົນປະໂຫຍດຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ