ອາ​ເມ​ລິ​ກາ ຈັດ​​ເພີ່ມ​ເຕີມວິ​ສາ​ຫະ​ກິດ​ຂອງ ອີ​ຣານ ແລະ ຈີນ ​ນັບ​ສິບ​ແຫ່ງ​ເຂົ້າ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ

(VOVWORLD) - ອຳນາດການປົກຄອງ ອາເມລິກາ ໄດ້ຈັດເພີ່ມເຕີມວິສາຫະກິດຂອງ ຈີນ ແລະ ອີຣານ ເຂົ້າບັນຊີລາຍຊື່ລົງໂທດ.
ອາ​ເມ​ລິ​ກາ ຈັດ​​ເພີ່ມ​ເຕີມວິ​ສາ​ຫະ​ກິດ​ຂອງ ອີ​ຣານ ແລະ ຈີນ ​ນັບ​ສິບ​ແຫ່ງ​ເຂົ້າ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ - ảnh 1ບໍລິສັດຜະລິດເຫຼັກກ້າຂອງ ອີຣານ (ພາບ: Reuters)

ວັນທີ 5 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ຈັດເພີ່ມເຕີມວິສາຫະກິດ ໜຶ່ງແຫ່ງຂອງ ຈີນ ທີ່ຜະລິດວັດຖຸດິບຮັບໃຊ້ໃຫ້ແກ່ການເຄື່ອນໄຫວຜະລິດເຫຼັກກ້າ; ບໍລິສັດຜະລິດໂລຫະ ແລະ ເຫຼັກກ້າ 12 ແຫ່ງຂອງ ອີຣານ ແລະ ຕົວແທນຈຳໜ່າຍ 3 ແຫ່ງ ຢູ່ຕ່າງປະເທດຂອງບໍລິສັດຫຸ້ນສ່ວນຂຸດຄົ້ນບໍ່ແຮ່ ແລະ ໂລຫະຂະໜາດໃຫຍ່ຂອງ ອີຣານ ໃສ່ບັນຊີລາຍຊື່ລົງໂທດ.

        ໃນວັນດຽວກັນ, ເຈົ້າໜ້າທີ່ຂັ້ນສູງຂອງອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ລົງນາມໃນລັດຖະດຳລັດ ແນໃສ່ຫ້າມບໍ່ໃຫ້ມີການທຳທຸລະກຳກັບ 8 ໂປຼແກຼມຊອັບແວ ຂອງ ຈີນ, ເຊິ່ງລວມມີ Alipay, CamScanner, QQ Wallet, SHAREit, Tencent QQ, VMate, Wechat Pay, WPS Office. ລັດຖະດຳລັດສະບັບດັ່ງກ່າວ ໄດ້ຍົກອອກມາເພື່ອຈຳກັດສິ່ງທີ່ໄດ້ເອີ້ນວ່າ “ໄພນາບຂູ່” ສຳລັບ ຊາວ ອາເມລິກາ ຍ້ອນບັນດາ ໂປຼແກຼມ ຂອງ ຈີນ ກໍ່ຂຶ້ນ. ນີ້ແມ່ນການກະທຳຫຼ້າສຸດ ອາດຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ສືບຕໍ່ປີນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ