ອາເມລິກາ, ຈີນ ເຈລະຈາກ່ຽວກັບການຄວບຄຸມອາວຸດນິວເຄຼຍ

(VOVWORLD) - ການເຈລະຈາມີການເຂົ້າຮ່ວມຂອງທ່ານນາງ Mallory Stewart, ຜູ້ຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບການປະຕິບັດຕາມການຕິດຕາມກວດກາ ແລະ ຄວບຄຸມອາວຸດ...
ອາເມລິກາ, ຈີນ ເຈລະຈາກ່ຽວກັບການຄວບຄຸມອາວຸດນິວເຄຼຍ - ảnh 1ພາບປະກອບ

ວັນທີ 6 ພະຈິກ, ອາເມລິກາ ແລະ ຈີນ ໄດ້ຈັດການເຈລະຈາຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ກ່ຽວກັບບັນຫາຄວບຄຸມອາວຸດນິວເຄຼຍ, ໃນສະພາບການທີ່ການພົບປະລະຫວ່າງ ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຄາດວ່າຈະຈັດຂຶ້ນໃນອາທິດໜ້າ, ຢູ່ San Francisco, ລັດ California, ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). ການເຈລະຈາມີການເຂົ້າຮ່ວມຂອງທ່ານນາງ Mallory Stewart, ຜູ້ຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບການປະຕິບັດຕາມການຕິດຕາມກວດກາ ແລະ ຄວບຄຸມອາວຸດ ແລະ ທ່ານ ຊວັນແສວພົວ, ຫົວໜ້າກົມຄວບຄຸມອາວຸດຂອງ ກະຊວງການຕ່າງປະເທດ ຈີນ. ນີ້ແມ່ນການພົບປະພິເສດຄັ້ງທຳອິດກ່ຽວກັບຫົວຂໍ້ອາວຸດນິວເຄຼຍລະຫວ່າງສອງປະເທດ ມະຫາອຳນາດ, ນັບແຕ່ສະໄໝອຳນາດການປົກຄອງທ່ານປະທານາທິບໍດີ Barack Obama.

        ແລະ ກໍ່ໃນວັນດຽວກັນ, ກະຊວງການເງິນຂອງ ອາເມລິກາ ໃຫ້ຮູ້ວ່າ: ທ່ານນາງ Janet Yellen, ລັດຖະມົນຕີກະຊວງການເງິນ ຈະພົບປະກັບທ່ານຮອງນາຍົກລັດຖະມົນຕີ ຈີນ ເຂືອຫຼີເຟິງ ກ່ອນຈັດກອງປະຊຸມສຸດຍອດ APEC ຢູ່ San Francisco. ເຈົ້າໜ້າທີ່ສອງທ່ານຈະພົບປະໃນວັນທີ່ 9 – 10 ພະຈິກ, ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ - ຈີນ ເປັນປົກກະຕິ ແລະ ຊ່ວຍບັນລຸຄວາມກ້າວໜ້າໃນບັນດາບັນຫາດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ