ອາເມລິກາ ຊົມເຊີຍບັນດາຄວາມຄືບໜ້າຕັ້ງໜ້າໃນການເຈລະຈາ ກັບ ຕາລີບານ

(VOVWORLD) -ສອງຝ່າຍໄດ້ສ້າງສໍາເລັດບັນດາມາດຕາທີ່ລະບຸໃນຮ່າງຂໍ້ຕົກລົງວ່າດ້ວຍສັນຕິພາບ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ອັບການິດສະຖານ ທີ່ແກ່ຍາວມາເປັນເວລາ 17 ປີ
ອາເມລິກາ ຊົມເຊີຍບັນດາຄວາມຄືບໜ້າຕັ້ງໜ້າໃນການເຈລະຈາ ກັບ ຕາລີບານ - ảnh 1ທ່ານ Zalmay Khalilzad (ພາບ: Reuters)

ວັນທີ 26 ມັງກອນ, ທ່ານ Zalmay Khalilzad ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບການໄກ່ເກ່ຍ ອັບການິດສະຖານ ໄດ້ຊົມເຊີຍບັນດາ ຄວາມຄືບໜ້າທີ່ດີພໍສົມຄວນ ໃນວິວັດການເຈລະຈາກັບພວກກະບົດ ຕາລີບານ ເພື່ອແນໃສ່ຊອກຫາມາດຕະການຢຸດຕິສົງຄາມຢູ່ ອັບການິດສະຖານ. ກ່າວຄໍາເຫັນໃນສື່ສັງຄົມອອນລາຍ Twitter ພາຍຫຼັງສິ້ນສຸດການເຈລະຈາກັບ ຕາລີບານຢູ່ Qatar ມາເປັນເວລາ 6 ວັນ, ທ່ານ Khalilzad ກໍໃຫ້ຮູ້ວ່າ ວິວັດທະນາການເຈລະຈາກັບ ຕາລີບານ ຍັງຄົງສືບຕໍ່ດໍາເນີນ ແລະ ຍັງບໍ່ທັນໄດ້ຮັບປະກັນ. ຕາມທ່ານ Khalilzad ແລ້ວ, ບໍ່ວ່າຂໍ້ຕົກລົງໃດໆ ກໍຕ້ອງລວມທັງບັນດາການເຈລະຈາລະຫວ່າງ ຕາລີບານ ແລະ ລັດຖະບານ ອັບການິດສະຖານ.

        ກ່ອນໜ້ານັ້ນ, ບັນດາແຫຼ່ງຂ່າວຂອງກໍາກັງ ຕາລີບານ ໃນວັນທີ 26 ມັງກອນ ໃຫ້ຮູ້ວ່າ ຜູ້ຕາງໜ້າເຈລະຈາຂອງກຸ່ມດັ່ງກ່າວ ແລະ ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ສິ້ນສຸດການເຈລະຈາຄັ້ງໃໝ່ ຢູ່ Qatar. ຕາມນັ້ນແລ້ວ, ສອງຝ່າຍໄດ້ສ້າງສໍາເລັດບັນດາມາດຕາທີ່ລະບຸໃນຮ່າງຂໍ້ຕົກລົງວ່າດ້ວຍສັນຕິພາບ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ອັບການິດສະຖານ ທີ່ແກ່ຍາວມາເປັນເວລາ 17 ປີ.


ຕອບກັບ

ຂ່າວ/ບົດ​ອື່ນ