ອາ​ເມ​ລິ​ກາ ຊອກ​ຫາ​ວິ​ທີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ປອດ​ນິວ​ເຄຼຍ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ອາເມລິກາ ສະເໜີໃຫ້ດຳເນີນການເຈລະຈາ ແລະ ຫວັງວ່າ ຈະໄດ້ຮັບຄຳຕອບຈາກ ສປປ.ເກົາຫຼີ ໂດຍໄວ. ທ່ານນາງ ກໍເນັ້ນໜັກວ່າ ຈະຊອກຫາວິທີປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ເມື່ອທ່ານນາງເດີນທາງໄປຍັງ ປັກກິ່ງ ໃນວັນອາທິດນີ້.
ອາ​ເມ​ລິ​ກາ ຊອກ​ຫາ​ວິ​ທີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ປອດ​ນິວ​ເຄຼຍ​ກັບ ສ​ປ​ປ.ເກົາຫຼີ - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ປຶກສາຫາລືກັບ ສ.ເກົາຫຼີ ກ່ຽວກັບການດຳເນີນການເຈລະຈາ ປອດນິວເຄຼຍ ກັບ ສປປ.ເກົາຫຼີ (ພາບ: Reuters)

ໃນວັນທີ 23 ກໍລະກົດ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃຫ້ຮູ້ວ່າ ອາເມລິກາ ພວມຊອກຫາວິທີທີ່ໜ້າໄວ້ວາງໃຈ, ຄາດຄະເນໄດ້ງ່າຍ ແລະ ມີລັກສະນະສ້າງສັນເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາປອດນິວເຄຼຍ ເຊິ່ງພວມຕົກເຂົ້າສູ່ສະພາບຈົນຕາແຈກັບ ອີຣານ. ທີ່ການພົບປະກັບຄູ່ຕຳແໜ່ງ ສ.ເກົາຫຼີ Choi Jong Kun ຢູ່ນະຄອນຫຼວງ ເຊີອູນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃຫ້ຮູ້ວ່າ: ອາເມລິກາ ສະເໜີໃຫ້ດຳເນີນການເຈລະຈາ ແລະ ຫວັງວ່າ ຈະໄດ້ຮັບຄຳຕອບຈາກ ສປປ.ເກົາຫຼີ ໂດຍໄວ. ທ່ານນາງ ກໍເນັ້ນໜັກວ່າ ຈະຊອກຫາວິທີປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ເມື່ອທ່ານນາງເດີນທາງໄປຍັງ ປັກກິ່ງ ໃນວັນອາທິດນີ້.

        ກ່ຽວຂ້ອງເຖິງການພົວພັນລະຫວ່າງ ອາເມລິກາ - ຈີນ, ທ່ານນາງ ຖືວ່າ ການພົວພັນລະຫວ່າງສອງຝ່າຍ ມີການແກ້ງແຍ້ງ, ສິ່ງທ້າທາຍ ແລະ ສາມາດຮ່ວມມືກັນ ລວມທັງການສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສິ້ນເຊີງ. ທ່ານນາງ ກໍຮຽກຮ້ອງໃຫ້ ສ.ເກົາຫຼີ ແລະ ອາເມລິກາ ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.


 

ຕອບກັບ

ຂ່າວ/ບົດ​ອື່ນ