ອາ​ເມ​ລິ​ກາ ຍິງ​ ເຮືອບ​ິນ​ບໍ່​ມີ​ຄົ​ນ​ຂັ​ບ​ຂອງ ອ​ີ​ຣ​ານຕົກ​

(VOVWORLD) -ວັນທີ 18 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump  ໄດ້ແຈ້ງໃຫ້ຊາບວ່າ ກ່ຳປັ່ນກອງທັບເຮືອຂອງ ອາເມລິກາ ໄດ້ຍິງເຮືອບິນບໍ່ມີຄົນຂັບຂອງ ອີຣານຕົກຢູ່ ຊ່ອງແຄບ ເທລະ Hormuz.
ອາ​ເມ​ລິ​ກາ ຍິງ​ ເຮືອບ​ິນ​ບໍ່​ມີ​ຄົ​ນ​ຂັ​ບ​ຂອງ ອ​ີ​ຣ​ານຕົກ​ - ảnh 1ກ່ຳປັ່ນ U.S.S Boxer ກຳລັງຍິງປຶນ (ພາບ: Reuters)

ນີ້ໄດ້ຖືວ່າແມ່ນການກະທຳຫຼ້າສຸດເຮັດໃຫ້ ຄວາມເຄັ່ງຕຶງເພີ່ມຂຶ້ນເຊິ່ງຍັງບໍ່ທັນມີສັນຍານຫຼຸດຜ່ອນລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ. ກ່າວຄຳເຫັນທີ່ທຳນຽບຂາວ, ທ່ານປະທານາທິບໍດີ Donalad Trump ໃຫ້ຮູ້ວ່າ ກ່ຳປັ່ນ U.S.S Boxer ຂອງ ອາເມລິກາ ຕ້ອງປະຕິບັດ ການກະທຳປ້ອງກັນຕົວ ເພື່ອແນໃສ່ຕ້ານກັບເຮືອບິນບໍ່ມີຄົນຂັບຂອງ ອີຣານ. ເຮືອບິນລຳດັ່ງກ່າວໄດ້ບິນເຂົ້າໄປໃກ້ກັບກ່ຳປັ່ນຂອງ ອາເມລິກາ ແລະ ບໍ່ຫົວຊາຕໍ່ການຮຽກຮ້ອງຈາກ ອາເມລິກາ, ນາບຂູ່ເຖິງຄວາມປອດໄພຂອງກ່ຳປັ່ນ Boxer ກໍ່ຄືກອງທະຫານເຮືອ, ເພາະສະນັ້ນ, ມັນຖືກທຳລາຍໃນທັນທີ. ທ່ານປະທານາທິບໍດີ Donald Trump  ໄດ້ເນັ້ນໜັກວ່າ ນີ້ແມ່ນການກະທຳຫຼ້າສຸດໃນບັນດາການກະທຳເກາະຜິດ ແລະ ເປັນປໍລະປັກຂອງ ອີຣານ ເລັ່ງໃສ່ບັນດາກ່ຳປັ່ນທີເຄື່ອນໄຫວຢູ່ເຂດທະເລສາກົນ.

        ວັນທີ 18 ກໍລະກົດ, ທ່ານ Javan Zarif ລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານຍັງບໍ່ທັນໄດ້ຮັບຮູ້ຂໍ້ມູນເທື່ອກ່ຽວກັບເລື່ອງເຮືອບິນບໍ່ມີຄົນຂັບຂອງປະເທດນີ້ຖືກຍິງຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ