ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ອອກ​ຖະ​ແຫຼງ​ການ​ຮ່ວມ​ມື​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດກວ້າງ​ການ​ຮ່ວມ​ມື​ສາມ​ຝ່າຍ

(VOVWORLD) - ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ໄດ້ຢັ້ງຢືນບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ກໍ່ຄືການສະໜັບສະໜູນຂອງສາມປະເທດຕໍ່ໂຄງປະກອບໃນພາກພື້ນ ໂດຍອາຊຽນນຳໜ້າ.
ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ອອກ​ຖະ​ແຫຼງ​ການ​ຮ່ວມ​ມື​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດກວ້າງ​ການ​ຮ່ວມ​ມື​ສາມ​ຝ່າຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ພາບ:  Reuters-Yonhap)

ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ມີການພົບປະຢູ່ເຂດພັກຜ່ອນບຳລຸງສຸຂະພາບຂອງ ທ່ານປະທານາທິບໍດີ ອາເມລິກາຢູ່ ຄ້າຍ David, ລັດ Maryland ໃນວັນທີ 18 ສິງຫາ. ພາຍຫຼັງການພົບປະ, ສາມຝ່າຍໄດ້ອອກຖະແຫຼງການຮ່ວມດ້ວຍຊື່ທີ່ວ່າ: “ຈິດໃຈຂອງຄ້າຍ David”, ໂດຍເນັ້ນໜັກເຖິງຄຳໝັ້ນສັນຍາເປີດກວ້າງການຮ່ວມມືສາມຝ່າຍ, ເພີ່ມທະວີພື້ນຖານເສດຖະກິດ, ສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍສາກົນແບບເສລີ ແລະ ເປີດກວ້າງ ໂດຍອີງໃສ່ຄວາມເຄົາລົບກົດໝາຍ ແລະ ການປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ທົ່ວໂລກ.

ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ໄດ້ຢັ້ງຢືນບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ກໍ່ຄືການສະໜັບສະໜູນຂອງສາມປະເທດຕໍ່ໂຄງປະກອບໃນພາກພື້ນ ໂດຍອາຊຽນນຳໜ້າ. ສາມປະເທດໄດ້ໃຫ້ຄຳໝັ້ນສັນຍາຈະສົມທົບກັບບັນດາຄູ່ຮ່ວມມືອາຊຽນ ຢ່າງແໜ້ນແຟ້ນ ເພື່ອປະຕິບັດວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ.

ຖະແຫຼງການຮ່ວມກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງງາມປະເທດຕໍ່ການປອດນິວເຄຼຍຢ່າງສິ້ນເຊິງຢູ່ແຫຼມເກົາຫຼີ ບົນພື້ນຖານບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ຮຽກຮ້ອງໃຫ້ພຽງຢາງປະລະໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ