ອາ​ເມ​ລິ​ກາ​ ຕີ​ສະ​ກັດ​ຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ຂອງ Houthi ຢູ່​ທະ​ເລ​ແດງ

(VOVWORLD) - ໃນໄລຍະເວລາປະມານ 10 ຊົ່ວໂມງ, ກອງທັບ ອາເມລິກາ ໄດ້ຍິງຕົກເຄື່ອງບິນບໍ່ມີຄົນຂັບ 12 ລຳ ແລະ ລູກສອນໄຟ 5 ລູກ.
ອາ​ເມ​ລິ​ກາ​ ຕີ​ສະ​ກັດ​ຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ຂອງ Houthi ຢູ່​ທະ​ເລ​ແດງ - ảnh 1ກ່ຳປັ່ນຂອງກອງທັບເຮືອ ອິດສະຣາແອັນ ລາດຕະເວນຢູ່ທະເລແດງ ໃນວັນທີ 1/11/2023 (ພາບ:THX/TTXVN)

ວັນທີ 26 ທັນວາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ກຳລັງຂອງປະເທດນີ້ ໄດ້ຍິງເຄື່ອງບິນບໍ່ມີຄົນຂັບ ແລະ ລູກສອນໄຟນັບສິບເຄື່ອງຕົກ ໂດຍກຳລັງ Houthi ຢູ່ ເຢແມນ ປະຕິບັດ ແນໃສ່ບັນດາກຳປັ່ນການຄ້າທີ່ເຄື່ອນຍ້າຍຢູ່ທະເລແດງ.

ກອງບັນຊາການສູນກາງຂອງກະຊວງປ້ອງກັນປະເທດ ອາເມລິກາ ຢັ້ງຢືນວ່າ ບໍ່ມີການເສຍຫາຍ ກໍຄື ບາດເຈັບໃດໆ. ລະອຽດ, ໃນໄລຍະເວລາປະມານ 10 ຊົ່ວໂມງ, ກອງທັບ ອາເມລິກາ ໄດ້ຍິງຕົກເຄື່ອງບິນບໍ່ມີຄົນຂັບ 12 ລຳ ແລະ ລູກສອນໄຟ 5 ລູກ.


ຕອບກັບ

ຂ່າວ/ບົດ​ອື່ນ