ອາເມລິກາ ຕຳໜິຕິຕຽນບັນດາເຫດບຸກໂຈມຕີພາລະກອນມະນຸດສະທຳຢູ່ເຂດ ກາຊາ

(VOVWORLD) - ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ, ບັນດາເຫດບຸກໂຈມຕີແນໃສ່ພາລະກອນມະນຸດສະທຳ ແລະ ສະພາບການມະນຸດສະທຳເວົ້າລວມຢູ່ເຂດ ກາຊາ ແມ່ນບໍ່ອາດຍອມຮັບໄດ້.
ອາເມລິກາ ຕຳໜິຕິຕຽນບັນດາເຫດບຸກໂຈມຕີພາລະກອນມະນຸດສະທຳຢູ່ເຂດ ກາຊາ - ảnh 1ມາຮອດປະຈຸບັນ, ມີຜູ້ເສຍຊີວິດກວ່າ 33.000 ຄົນ ແລະ ເກືອບ 80.000 ຮັບບາດເຈັບຢູ່ເຂດ ກາຊາ
(ພາບ: PressTV)

        ວັນທີ 04 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ.

        ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ, ບັນດາເຫດບຸກໂຈມຕີແນໃສ່ພາລະກອນມະນຸດສະທຳ ແລະ ສະພາບການມະນຸດສະທຳເວົ້າລວມຢູ່ເຂດ ກາຊາ ແມ່ນບໍ່ອາດຍອມຮັບໄດ້. ທ່ານກະຕຸກຊຸກຍູ້ໃຫ້ ອິດສະຣາແອັນ ປະກາດ ແລະ ປະຕິບັດບັນດາບາກ້າວລະອຽດ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ສາມັນຊົນ ແລະ ບັນດາພາລະກອນມະນຸດສຳທຳ. ຕາມທ່ານ Joe Biden ແລ້ວ, ນະໂຍບາຍຂອງ ອາເມລິກາ ສຳລັບເຂດ ກາຊາ ຈະໄດ້ຕັດສິນອີງຕາມການຕີລາຄາກ່ຽວກັບການກະທຳຂອງ ອິດສະຣາແອັນ.

        ໃນວັນດຽວກັນ, ທ່ານຫົວໜ້າອົງການອະນາໄມໂລກ (WHO) Tedros Adhanom Ghebreyesus, ໃຫ້ຮູ້ວ່າ, ມີໂຮງໝໍພຽງ 10 ແຫ່ງທີ່ຍັງເຄື່ອນໄຫວຢູ່ເຂດ ກາຊາ. ທ່ານກໍ່ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ມີຜູ້ເສຍຊີວິດກວ່າ 33.000 ຄົນ ແລະ ເກືອບ 80.000 ຮັບບາດເຈັບຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ