ອ​າ​ເມ​ລິ​ກາ ບໍ່​ມີ​ເຈດ​ຈຳ​ນົງ​ຢາກ​ປ່ຽນ​ແປງ​ລະ​ບອບ​ຢູ່ ລັດ​ເຊຍ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ ອາເມລິກາ ບໍ່ມີແຜນການປ່ຽນແປງລະບອບຢູ່ ລັດເຊຍ. ຄຳຢັ້ງຢືນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ Joe Biden ຖະແຫຼງວ່າຄູ່ຕຳແໜ່ງ ລັດເຊຍ Vladimir Putin  “ບໍ່ສາມາດສືບຕໍ່ກຳອຳນາດໄດ້ແລ້ວ”
ອ​າ​ເມ​ລິ​ກາ ບໍ່​ມີ​ເຈດ​ຈຳ​ນົງ​ຢາກ​ປ່ຽນ​ແປງ​ລະ​ບອບ​ຢູ່ ລັດ​ເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Antony Blinken (ເບື້ອງຊ້າຍ) ໃນການຢ້ຽມຢາມ Jerusalem (ພາບ:  Reuters)

ວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນວ່າ ອາເມລິກາ ບໍ່ມີແຜນການປ່ຽນແປງລະບອບຢູ່ ລັດເຊຍ. ຄຳຢັ້ງຢືນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ Joe Biden ຖະແຫຼງວ່າຄູ່ຕຳແໜ່ງ ລັດເຊຍ Vladimir Putin  “ບໍ່ສາມາດສືບຕໍ່ກຳອຳນາດໄດ້ແລ້ວ”. ກ່າວຄຳເຫັນກັບວົງການນັກຂ່າວໃນຂອບເຂດການຢ້ຽມຢາມ Jerusalem, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຖືວ່າ ທັດສະນະ ເຊິ່ງ ທຳນຽບຂາວຍົກອອກມາໝາຍຄວາມວ່າ ທ່ານປະທານາທິບໍດີ Vladimir Putin ບໍ່ມີສິດຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ຫຼື ບໍ່ວ່າຢູ່ບ່ອນໃດອີກແລ້ວ.

ກ່ອນໜ້ານັ້ນ, ໃນການພົບປະກັບບັນດາລັດຖະມົນຕີ ຢູແກຼນທີ່ເຂົ້າຮ່ວມກອງປະຊຸມສຸດຍອດກັບບັນດາປະເທດສຳພັນທະມິດຂຶ້ນກັບອົງການສົນທິສັນຍາ ອັດລັງຕິກເໜືອ NATO ແລະ ສະຫະພາບເອີຣົບ (ອີຢູ), ທ່ານປະທານາທິບໍດີ Joe Biden ຕຳໜິຕິຕຽນທ່ານປະທານາທິບໍດີ Vladimir Putin, ພ້ອມທັງຖືວ່າ ການນຳ ລັດເຊຍ “ບໍ່ສາມາດກຳອຳນາດຕໍ່ໄດ້”.

ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ກໍຄືບັນດາປະເທດ ຝ່າຍຕາເວັນຕົກພວມຕົກເຂົ້າສູ່ລະດັບຕ່ຳສຸດ. ວົງການນັກວິເຄາະຖືວ່າ ເລື່ອງ NATO ປັບປຸງຄວາມໝັ້ນຄົງຢູ່ພາກຕາເວັນອອກ ແມ່ນເຫດຜົນເລິກເຊິ່ງທີ່ພາໄປເຖິງເກີດຄວາມເຄັ່ງຕຶງລະຫວ່າງຝ່າຍຕາເວັນຕົກ ກັບ ລັດເຊຍ, ເຊິ່ງເຮັດໃຫ້ ລັດເຊຍ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ