ອາເມລິກາ ປິດໂຮງໝໍກາງສະໜາມ, ສິງກະໂປ ກວດພົບຜູູ້ຕິດເຊື້ອໂຄວິດ-19 ຕື່ມອີກຫລາຍຮ້ອຍຄົນ

(VOVWORLD) - ວັນທີ 02 ພຶດສະພາ, ອົງການກູ້ຊ່ວຍທົ່ວໂລກ Samaritans Purse, ເປັນອົງການບໍລິຫານໂຮງໝໍກາງສະໜາມປິ່ນປົວໃຫ້ບັນດາຜູ້ຕິດເຊື້ອໂຄວິດ-19 ຕັ້ງຢູ່ສວນສາທາລະນະໃຈກາງຢູ່ ນິວຢອກ ຈະປິດປະຕູ ຍ້ອນລັດ ນິວຢອກ ສືບຕໍ່ມີຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຫລຸດລົງ. 

ຕາມ Samaritans Purse ແລ້ວ, ເລື່ອງປິດປະຕູໂຮງໝໍກາງສະໜາມດັ່ງກ່າວ ຈະສ້າງບາດລ້ຽວພໍສົນຄວນໃນການຄວບຄຸມໂລກລະບາດໂຄວິດ-19 ຢູ່ ນິວຢອກ.

ອາເມລິກາ ປິດໂຮງໝໍກາງສະໜາມ, ສິງກະໂປ ກວດພົບຜູູ້ຕິດເຊື້ອໂຄວິດ-19 ຕື່ມອີກຫລາຍຮ້ອຍຄົນ - ảnh 1ອາເມລິກາ ປິດໂຮງໝໍກາງສະໜາມ, ສິງກະໂປ ກວດພົບຜູູ້ຕິດເຊື້ອໂຄວິດ-19 ຕື່ມອີກຫລາຍຮ້ອຍຄົນ (ພາບ: AFP/ TTXVN)

ແລະກໍ່ໃນວັນທີ 02 ພຶດສະພາ, ກະຊວງສາທາລະນະສຸກ ສິງກະໂປ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 447 ຄົນ, ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວຢູ່ປະເທດນີ້ ຂຶ້ນເຖິງ 17.485 ຄົນ.

ໃນຂະນະນັ້ນ, ຢູ່ ເອີຣົບ ໄດ້ກວດຜົບຜູ້ຕິດເຊື້ອໂຄວິດ-19 ຢ່າງຫນ້ອຍສຸດແມ່ນ 1.506.853 ຄົນ, ໃນນັ້ນ ມີ 140.260 ຄົນເສຍຊີວິດ, ສືບຕໍ່ແມ່ນທະວີບຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ-19. ປັດຈຸບັນ, ແອັດສະປາຍ ແມ່ນປະເທດທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດຢູ່ ເອີຣົບ ດ້ວຍຈຳນວນ 242.988 ຄົນ.

ໃນຂະນະນັ້ນ, ສະພາບການໂລກລະບາດສືບຕໍ່ຜັນແປຢ່າງຮ້າຍແຮງຢູ່ ລັດເຊຍ. ໄລ່ຮອດຕອນສວາຍ ວັນທີ 02 ພຶດສະພາ, ປະເທດນີ້ ໄດ້ກວດພົບຜູ້ຕິດເຊື້ອໄວຣັກ SARS-CoV-2 ຕື່ມອີກ 9.623 ຄົນ ໃນຮອບເວລາ 24 ຊົ່ວໂມງ, ຍົກຈຳນວນຜູ້ຕິດເຊື້ອໃນທົ່ວສະຫະພັນລັດເຊຍ ແມ່ນ 124.054 ຄົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ