ອາ​ເມ​ລິ​ກາ​ ປາດ​ຖະ​ໜາ​ຢາກ​ປັ​ບ​ປຸງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ຂະ​ບວນ​ການ Hamas ຂອງ ປາ​ແລັດ​ສະ​ຕິນ

(VOVWORLD) -ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Antony Blinken ຈະໄປຍັງ ນະຄອນ Jerusalem ແລະ Ramallah, ຖັດຈາກນັ້ນແມ່ນ ນະຄອນຫຼວງ Cairo ຂອງເອຢິບ ແລະ Amman ຂອງ ຈໍແດນ.
ອາ​ເມ​ລິ​ກາ​ ປາດ​ຖະ​ໜາ​ຢາກ​ປັ​ບ​ປຸງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ຂະ​ບວນ​ການ Hamas ຂອງ ປາ​ແລັດ​ສະ​ຕິນ - ảnh 1ທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ໃນລະຫວ່າງວັນທີ 24 – 27 ພຶດສະພາ, ທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ໄປປະຕິງານຢູ່ ພາກຕາເວັນອອກກາງ ເພື່ອແນໃສ່ປັບປຸງຄຳສັ່ງຢຸດຍິງ ຊຶ່ງ ອິດສະລາແອັນ ແລະ ຂະບວນການ ອິດສະລາມ ປະກອບອາວຸດ Hamas ຂອງ ປາແລັດສະຕິນ ບັນລຸໄດ້ ເມື່ອອາທິດກ່ອນ. ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Antony Blinken ຈະໄປຍັງ ນະຄອນ Jerusalem ແລະ Ramallah, ຖັດຈາກນັ້ນແມ່ນ ນະຄອນຫຼວງ Cairo ຂອງເອຢິບ ແລະ Amman ຂອງ ຈໍແດນ. ໃນຂອບເຂດການໄປປະຕິບັດງານນີ້, ທ່ານ Blinken ຈະມີການພົບປະກັບ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu, ທ່ານ ປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ທ່ານ ປະທານາທິບໍດີ ເອຢິບ Abdel Fattah Al-Sisi ແລະ ພະບາດສົມເດັດພະເຈົ້າມະຫາຊີວິດແຫ່ງ ຈໍແດນ Abdullah.

ການໄປປະຕິບັດງານ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ Blinken ໄປຍັງ ພາກຕາເວັນອອກກາງ ໄດ້ເລີ່ມຈາກຄຳຮຽກຮ້ອງຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ພາຍຫຼັງຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ ລະຫວ່າງ ອິດສະລາແອັນ ແລະ Hamas. ໃນຖະແຫຼງການທີ່ໄດ້ຍົກອອກມາກ່ອນນັ້ນ, ທ່ານ ປະທານາທິບໍດີ Joe Biden ໄດ້ເນັ້ນໜັກວ່າ ໃນການເຈລະຈາກັບ ການນຳ ອິດສະລາແອັນ ໃນໄລຍະຈະມາເຖິງ, ທ່ານ Blinken ຈະຢັ້ງຢືນຄຳໝັ້ນສັນຍາຂອງ ວໍຊິງຕັນ ຕໍ່ຄວາມໝັ້ນຄົງຂອງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ