ອາເມລິກາ - ສປປ.ເກົາຫຼີ ສືບຕໍ່ຮັກສາການເຈລະຈາເພື່ອສັນຕິພາບ

(VOVWORLD) -ເຖິງວ່າສອງຝ່າຍຍັງມີບັນຫາຫຼາຍຢ່າງທີ່ຕ້ອງແກ້ໄຂ ເພື່ອບັນລຸໄດ້ເປົ້າໝາຍປອດນິວເຄຼຍ.

ເຖິງວ່າບໍ່ມີເອກະສານສະບັບໃດໆ ໄດ້ລົງນາມທີ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ກໍຕາມ ແຕ່ທັງສອງຝ່າຍ ຕ່າງກໍຢັ້ງຢືນວ່າ ຈະຮັກສາການເຈລະຈາໃນໄລຍະຈະມາເຖິງ.

        ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ວິໄສທັດປອດນິວເຄຼຍ ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ພວມຫຍັບມໍ່ເຂົ້າໃກ້ກັນກວ່າ ແລະ ເນັ້ນໜັກວ່າ ຈະບໍ່ຈັດວາງມາດຕະການລົງໂທດໃໝ່ໃດໆ ຕໍ່ ສປປ.ເກົາຫຼີ. ໃນການໂອ້ລົມຜ່ານທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃນຂະນະເດີນທາງກັບເມືອ ວໍຊິງຕັນ, ທ່ານ Donald Trump ຢັ້ງຢືນວ່າ ທ່ານ ຈະສືບຕໍ່ເຈລະຈາກັບ ສປປ.ເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຖືວ່າ ມີພະຍານຫຼັກຖານ ເພື່ອເຊື່ອໃຈວ່າ ອາເມລິກາ ແລະ ສປປ.ເກົາຫຼີ ອາດຈະມຸ່ງໄປສູ່ພາຍພາກໜ້າ, ເຖິງວ່າສອງຝ່າຍຍັງມີບັນຫາຫຼາຍຢ່າງທີ່ຕ້ອງແກ້ໄຂ ເພື່ອບັນລຸໄດ້ເປົ້າໝາຍປອດນິວເຄຼຍ.

        ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວ ທີ່ຈັດຂຶ້ນໃນຕອນຄໍ່າວັນທີ 28 ກຸມພາ ຢູ່ ຮ່າໂນ້ຍ, ທ່ານ Ri Yong Ho ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຢັ້ງຢືນວ່າ ຖ້າຫາກສອງຝ່າຍຜ່ານຜ່າການສ້າງຄວາມໄວ້ເນື້ອເຊື່ອໃຈຄັ້ງຕ່າງໆ ພຽງຢາງພ້ອມລ້ວທີ່ຈະມຸ່ງໄປສູ່ການປອດນິວເຄຼຍ. ໃນພາກຂ່າວຂອງສໍານັກຂ່າວສານ ສປປ.ເກົາຫຼີ KCNA ທີ່ໄດ້ອອກອາກາດໃນຕອນເຊົ້າວັນທີ 1 ມີນາ ກໍໄດ້ຢັ້ງຢືນວ່າ ການພົບປະກັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ນະຄອນຫຼວງຂອງຫວຽດນາມ ແມ່ນ “ໂອກາດທີ່ດີ” ເພື່ອໃຫ້ ສປປ.ເກົາຫຼີ ແລະ ອາເມລິກາ ປັບປຸງການພົວພັນ,ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

        ໃນຂະນະນັ້ນ, ຫາງສຽງສາກົນກໍໄດ້ຕີລາຄາຢ່າງຕັ້ງໜ້າ ເມື່ອໃຫ້ຂໍ້ສັງເກດກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ວັນທີ 28 ກຸມພາ, ໂຄສົກກະຊວງການຕ່າງປະເທດຈີນ ຫຼຸກາງ ຖືວ່າ ສອງຝ່າຍໄດ້ສະແດງໃຫ້ເຫັນຄວາມຈິງໃຈທີ່ກອງປະຊຸມ. ຈີນ ກໍປາດຖະໜາວ່າ ການເຈລະຈາ ແລະ ຕິດຕໍ່ພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອາດຈະສືບຕໍ່ໄດ້ດໍາເນີນ. ທໍານຽບປະທານາທິບໍດີ ສ.ເກົາຫຼີ ສະແດງຄວາມເສຍດາຍ ເມື່ອສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງ, ແຕ່ກໍຕີລາຄາວ່າ ສອງຝ່າຍບັນລຸໄດ້ “ຄວາມກ້າວໜ້າທີ່ມີຄວາມໝາຍ ຍິ່ງກວ່າເວລາໃດໝົດ”. ປະຊາຄົມວິສາຫະກິດ ສ.ເກົາຫຼີ ໃຫ້ຮູ້ວ່າ ເຂົາເຈົ້າຈະສືບຕໍ່ກະກຽມໃຫ້ບັນດາໂຄງການດໍາເນີນທຸລະກິດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

        ແລະກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ ຊົມເຊີຍກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ເອີ້ນວ່າ ນີ້ແມ່ນການກະທໍາທີ່ສ້າງພື້ນຖານໃຫ້ແກ່ການຊຸກຍູ້ສ້າງສັນຕິພາບອັນໝັ້ນຄົງ ກໍຄື ວິວັດການປອດນິວເຄຼຍ ຢູ່ແຫຼມເກົາຫຼີ ຢ່າງສິ້ນເຊີງ.

        ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ເນັ້ນໜັກວ່າ ເລື່ອງແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ, ໃນນັ້ນ ມີບັນຫາປອດນິວເຄຼຍ ຄວນໃຊ້ເວລາ ແລະ ຄວາມອົດກັ້ນສູງສຸດຈາກບັນດາຝ່າຍກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ