ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ​ ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ ອີ​ຣານ

(VOVWORLD) -ການນຳບັນດາປະເທດດັ່ງກ່າວ ເຫັນດີວ່າ: ບາດກ້າວພັດທະນານິວເຄຼຍ ຂອງ ອີຣານ ແລະ ບັນດາສິ່ງກີດຂວາງຕໍ່ວຽກງານຂອງອົງການພະລັງງານປະລະມານູສາກົນ ຈະກີດຂວາງຄວາມສາມາດກັບຕ່າວຄືນຂໍ້ຕົກລົງນິວເຄຼຍ ອີຣານ ຊື່ງລົງນາມເມື່ອປີ 2015.



ການນຳບັນດາປະເທດຄື: ອາເມລິກາ, ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ມີການພົບປະຢູ່ ນອກກອງປະຊຸມສຸດຍອດ G20 ຢູ່ ອີຕາລີ ໃນວັນທີ 30 ຕຸລາ ເພື່ອປຶກສາຫາລືບັນດາຄວາມສ່ຽງ ສຳລັບຄວາມໝັ້ນຄົງສາກົນ ຈາກໂຄງການນິວເຄຼຍ ພວມປີນຂັ້ນໄດ ຂອງ ອີຣານ.

ຖະແຫລງການຮ່ວມຂອງ 4 ປະເທດ ສະແດງຄວາມຕັດສິນໃຈ ເພື່ອແນໃສ່ຮັບປະກັນ ວ່າ ອີຣານ ບໍ່ສາມາດພັດທະນາ ຫລື ມີອາວຸດນິວເຄຼຍໄດ້ ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ຍູ້ໄວບາດກ້າວພັດທະນານິວເຄຼຍ ມີລັກສະນະເກາະຜິດໃນຂະນະຢຸດຕິການເຈລະຈາກ່ຽວກັບເລື່ອງກັບຄືນມາປຶກສາຫາລືຂໍ້ຕົກລົງນິວເຄຼຍ.

ການນຳບັນດາປະເທດດັ່ງກ່າວ ເຫັນດີວ່າ: ບາດກ້າວພັດທະນານິວເຄຼຍ ຂອງ ອີຣານ ແລະ ບັນດາສິ່ງກີດຂວາງຕໍ່ວຽກງານຂອງອົງການພະລັງງານປະລະມານູສາກົນ ຈະກີດຂວາງຄວາມສາມາດກັບຕ່າວຄືນຂໍ້ຕົກລົງນິວເຄຼຍ ອີຣານ ຊື່ງລົງນາມເມື່ອປີ 2015.

ບັນດາປະເທດຄື: ອາເມລິກາ, ອັງກິດ, ຝລັ່ງ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບ ລັດເຊຍ, ຈີນ ແລະ ຜູ້ຕາງຫນ້າຂັ້ນສູງ ສະຫະພາບເອີລົບ ເພື່ອແນໃສ່ແກ້ໄຂບັນຫານິວເຄຼຍ ຂອງອີຣານ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ