ອາ​ເມ​ລິ​ກາ ເນັ້ນ​ໜັກ​ການ​ສະ​ໜັບ​ສະ​ໜູນ​ວິ​ໄສ​ທັດ ອາ​ຊຽນ ກ່ຽວ​ກັບ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) - ທ່ານນາງຮອງປະທານາທິບໍດີ Kamala Harris ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເປັນລະບຽບຮຽບຮ້ອຍສາກົນ ໂອຍອີງຕາມກົດໝາຍໃນການຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ.
ອາ​ເມ​ລິ​ກາ ເນັ້ນ​ໜັກ​ການ​ສະ​ໜັບ​ສະ​ໜູນ​ວິ​ໄສ​ທັດ ອາ​ຊຽນ ກ່ຽວ​ກັບ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ:  Reuters)

ວັນທີ 7 ກັນຍາ, ກ່າວຄຳເຫັນເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ຂອງ ອາເມລິກາ ຕໍ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ພ້ອມທັງເນັ້ນໜັກເຖິງການສະໜັບສະໜູນຂອງ ອາເມລິກາ ກັບວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ. ອາເມລິກາ ໃຫ້ຄຳໝັ້ນສັນຍາສົມທົບກັບບັນດາຄູ່ຮ່ວມມື ແລະ ສຳພັນທະມິດເພື່ອແນໃສ່ຮັບປະກັນ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກທີ່ເສລີ, ເປີດກວ້າງ, ວັດທະນາຖາວອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມປອດໄພ. ທ່ານນາງຮອງປະທານາທິບໍດີ ອາເມລິກາ ໄດ້ຍົກອອກຢ່າງຈະແຈ້ງການພົວພັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ອາເມລິກາ ແລະ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງຫວນຄືນບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ ຄວາມວັດທະນາຖາວອນ ຜ່ານການລົງທຶນ ເຂົ້າໃນພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ໝັ້ນຄົງ, ຍູ້ໄວການຫັນປ່ຽນພະລັງງານ ແລະ ພັດທະນາບັນດາລະບົບສະໜອງຄວາມປອດໄພ ແລະ ຄວາມໝັ້ນຄົງ.

ທ່ານນາງຮອງປະທານາທິບໍດີ Kamala Harris ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເປັນລະບຽບຮຽບຮ້ອຍສາກົນ ໂອຍອີງຕາມກົດໝາຍໃນການຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານນາງຮອງປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ ຄວາມເສລີໃນການເດີນເຮືອ ແລະ ການບິນ ຕ້ອງໄດ້ຮັບຄວາມເຄົາລົບຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ ແລະ ທຸກການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ຕາມກົດໝາຍສາກົນ ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 ແລະ ຄຳຕັດສິນຂອງສານ ອະນຸຍາໂຕຕຸລາການປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ