ອາເມລິກາ ເຜີຍໃຫ້ຮູ້ກ່ຽວກັບເລື່ອງ ອິດສະຣາແອນ ຮັບຮູ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ

(VOVWORLD) - ໃນການຜັນແປອີກອັນໜຶ່ງທີ່ກ່ຽວຂ້ອງ, ນັ້ນແມ່ນທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະພົບປະກັບລັດຖະມົນຕີຄະນະລັດຖະບານສະໄໝສົງຄາມ ອິດສະຣາແອນ Benny Gantz ຢູ່ ທຳນຽບຂາວໃນວັນທີ 4 ມີນາ
ອາເມລິກາ ເຜີຍໃຫ້ຮູ້ກ່ຽວກັບເລື່ອງ ອິດສະຣາແອນ ຮັບຮູ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ - ảnh 1ເຮືອນຊານເປເພຢູ່ເຂດ ກາຊາ
(ພາບ: ສຳນັກຂ່າວສານຊິນຮວາ/ttxvn)

ວັນທີ 2 ມີນາ, ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ: ອິດສະຣາແອນ ໄດ້ຍອມຮັບຂໍ້ຕົກລົງຢຸດຍິງແກ່ຍາວເປັນເວລາ 6 ອາທິດຢູ່ເຂດ ກາຊາ, ດ້ວຍເງື່ອນໄຂ ຂະບວນການອິດສະລາມ ຮາມາດ ຕ້ອງເຫັນດີເລື່ອງປ່ອຍຕົວປະກັນທີ່ມີຄວາມສ່ຽງສູງ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກ ຮາມາດ ໃຫ້ຮູ້ວ່າ: ຄຳສັ່ງຢຸດຍິງຈະພາໄປເຖິງການເພີ່ມທະວີການໜູນຊ່ວຍມະນຸດສະທຳຢູ່ເຂດ ກາຊາຫຼາຍພໍສົມຄວນ, ພາຍຫຼັງທີ່ ສປຊ ກ່າວເຕືອນໄພອຶດຫິວຈະເກີດຂຶ້ນຢູ່ພາກພື້ນນີ້.

ໃນການຜັນແປອີກອັນໜຶ່ງທີ່ກ່ຽວຂ້ອງ, ນັ້ນແມ່ນທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະພົບປະກັບລັດຖະມົນຕີຄະນະລັດຖະບານສະໄໝສົງຄາມ ອິດສະຣາແອນ Benny Gantz ຢູ່ ທຳນຽບຂາວໃນວັນທີ 4 ມີນາ. ບັນດາການເຈລະຈາຄາດວ່າຈະມີສ່ວນກ່ຽວຂ້ອງເຖິງຫົວຂໍ້ຕ່າງໆ, ຄື: ຫລຸດຜ່ອນຄວາມບາດເຈັບລົ້ມຕາຍໃຫ້ແກ່ສາມັນຊົນ ປາກິດສະຖານ, ຮັບປະກັນຄຳສັ່ງຢຸດຍິງຊົ່ວຄາວ, ປ່ອຍຕົວປະກັນທີ່ຖືກຈັບຂັງຢູ່ ກາຊາ ແລະ ເພີ່ມການໜູນຊ່ວຍໃຫ້ແກ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ