ອາເມລິກາ ເພີ່ມຈຳນວນເງິນນັບຮ້ອຍລ້ານ USD ໃຫ້ແກ່ບັນດາອົງການຈັດຕັ້ງສາກົນ ເພື່ອສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ດ້ວຍບ້ວງເງິນເພີ່ມເຕີມໃນຄັ້ງນີ້ເຊິ່ງ ອາເມລິກາ ສະຫງວນໃຫ້ບັນດາອົງການຈັດຕັ້ງສາກົນເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ແມ່ນ 19,6 ຕື້ USD.
ອາເມລິກາ ເພີ່ມຈຳນວນເງິນນັບຮ້ອຍລ້ານ USD ໃຫ້ແກ່ບັນດາອົງການຈັດຕັ້ງສາກົນ ເພື່ອສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken
(ພາບ: CNN)

ອາເມລິກາ ຈະສະໜອງເງິນ 580 ລ້ານ USD ເພື່ອໜູນຊ່ວຍເພີ່ມເຕີມໃຫ້ 7 ອົງການຈັດຕັ້ງສາກົນ ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ໃນສະພາບບັນດາກໍລະນີຕິດເຊື້ອໄວຣັດກາຍພັນ Omicron ຂອງ ໄວຣັດ SARS-CoV-2 ພວມເພີ່ມທະວີຂຶ້ນ. ດ້ວຍບ້ວງເງິນເພີ່ມເຕີມໃນຄັ້ງນີ້ເຊິ່ງ ອາເມລິກາ ສະຫງວນໃຫ້ບັນດາອົງການຈັດຕັ້ງສາກົນເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ແມ່ນ 19,6 ຕື້ USD.

        ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເນັ້ນໜັກວ່າ, ນອກຈາກເລື່ອງມອບວັກຊິນຈຳນວນ 330 ລ້ານໂດສ ໃຫ້ບັນດາປະເທດໃນໂລກແລ້ວ, ບ້ວງເງິນເພີ່ມເຕີມ 580 ລ້ານ USD ຍັງໄດ້ຮັບຖືວ່າແມ່ນການປະກອບສ່ວນສຳຄັນເພື່ອນຳວັກຊິນໄປສັກໃຫ້ປະຊາຊົນ, ເພີ່ມທະວີກຳລັງຄວາມສາມາດດ້ານການແພດຊຸມຊົນ ແລະ ໜູນຊ່ວຍປະຊາຄົມທີ່ພວມຕ້ອງການຄວາມຊ່ວຍເຫຼືອ…

        ກ່ຽວກັບສະພາບການໂລກລະບາດໂຄວິດ-19 ຢູ່ໃນໂລກ. ຕາມເວັບໄຊສະຖິຕິ worldmeter.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 22 ທັນວາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 276,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,38 ລ້ານຄົນ. ຈຳນວນຜູ້ຕິດເຊື້ອພະຍາດໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນກວ່າ 700.000 ຄົນ ແລະ ມີຜູ້ເສຍຊີວິດໃໝ່ເກືອບ 6.700 ຄົນ.

        ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

        ໃນບົດລາຍງານຫຼ້າສຸດຂອງອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ໄວຣັດສາຍພັນໃໝ່ Omicron ໄດ້ແຜ່ລະບາດຢູ່ 106 ປະເທດໃນໂລກແລ້ວ, ດ້ວຍຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ