ອາເມລິກາ ເອົາ 5 ເປົ້າໝາຍເຂົ້າບັນຊີລາຍຊື່ກໍ່ການຮ້າຍໃນທົ່ວໂລກ

(VOVWORLD) - ວັນທີ 6 ສິງຫາ ກະຊວງການຕ່າງປະເທດ ອາເມລິກາ ເພີ່ມເຕີມ 5 ເປົ້າໝາຍໄດ້ຮັບຖືວ່າ ແມ່ນບັນດາມືປືນຊາວມຸດສະລິມເຂົ້າບັນຊີ ລາຍຊື່ກໍ່ການຮ້າຍໃນທົ່ວໂລກ.
ອາເມລິກາ ເອົາ 5 ເປົ້າໝາຍເຂົ້າບັນຊີລາຍຊື່ກໍ່ການຮ້າຍໃນທົ່ວໂລກ - ảnh 1ກຸ່ມກໍ່ການຮ້າຍ Al-Shabaab (ພາບປະກອບ: Reuters)

5 ເປົ້າໝາຍດັ່ງກ່າວ ມີ Bonomade Machude Omar  ຫົວໂປ່ການທະຫານຂັ້ນສູງຂອງ ອົງການລັດ ອິດສະລາມ ສາຂາ ຢູ່ ໂມຊຳບິກ. ນອກນັ້ນ ຍັງມີອີກ 4 ຄົນ ລວມມີ ຫົວໂປ່ຂັ້ນສູງຂອງກຸ່ມ Jamaat Nusrat al – Islam wal – Muslimin ເຄື່ອນໄຫວຢູ່ Mali ແລະມີການພົວພັນກັບ al Qaeda ນັ້ນແມ່ນ Sidang Hitta  ແລະ Salem Ould al Hasan ພ້ອມກັບບັນດາຫົວໂປ່ຂອງກຸ່ມ Al Shabaab  ຢູ່ ໂຊມາລີ ນັ້ນແມ່ນ Al Mohamed Rage ແລະ Abdikadir Mohamed Abdikadir.

ຕອບກັບ

ຂ່າວ/ບົດ​ອື່ນ