ອາເມລິກາ ແລະ ຊາອຸດິ ອາຣາເບຍ ເຫັນດີເປັນເອກະພາບປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ

ອາເມລິກາ ແລະ ຊາອຸດິ ອາຣາເບຍ ເຫັນດີເປັນເອກະພາບປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: EPA/TTXVN)

(vovworld) - ​ ວັນ​ທີ 29/01, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ແລະ ​ເຈົ້າ​ຊີວິດ ຊາ​ອຸ​ດິ ອາຣາ​ເບຍ Salman bin Abd Al Aziz Al Saud ​ເຈລະຈາ​ທາງ​ໂທລະສັບ, ​ໃນ​ນັ້ນ ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ທັດສະນະ​ສຳລັບ​ຫລາຍ​ບັນຫາ​ສາກົນ. ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ຂໍ້​ຕົກລົງ​ນິວ​ເຄຼຍ ອີຣານ ຢ່າງ​ເຂັ້ມ​ງວດ, ສິ່ງ​ທີ່​ກ່ອນ​ນັ້ນ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ເຄີຍຄັດຄ້ານ. ການ​ນຳ 2 ທ່ານ​ເຫັນ​ດີ​ເຫັນ​ພ້ອມ​ສະໜັບ​ສະ​ໜູນ​ເລື່ອງສ້າງ​ຕັ້ງ​ບັນດາ​ເຂດ​ປອດ​ໄພ​ຢູ່ ຊີຣີ ​ແລະ ​ເຢ​ແມນ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ປັບປຸງ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ແນ​ໃສ່​ຕ້ານ​ຄືນ​ການ​ແຜ່​ຂະຫຍາຍ​ຂອງ​ລັດທິ​ອິດສະ​ລາມ​ຫົວ​ຮຸຸນ​ແຮງ, ກໍ່​ຄື​ພ້ອມ​ກັນ​ກະທຳ ​ເພື່ອຮັບ​ມື​ກັບບັນດາ​ສິ່ງ​ທ້າ​ທາຍ​​ໄພນາບ​ຂູ່​ເຖິງສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ລວມທັງ​ບັນດາ​ການ​ປະ​ທະ​ກັນຢູ່ ຊີຣີ ​ແລະ ​ເຢ​ແມນ.

ຕອບກັບ

ຂ່າວ/ບົດ​ອື່ນ