ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຊ້ອມ​ຮ​ົບ​ຮ່ວມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ນາ​ບ​ຂູ່ ແລະ ປະ​ຕິ​ກິ​ລິ​ຍາ​ໄວ

(VOVWORLD) -ວັນທີ 18 ພະຈິກ, ວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງ ຍີ່ປຸຸ່ນ ໃຫ້ຮູ້ວ່າ ປະເທດນີ້ ແລະ ອາເມລິກາ ໄດ້ຈັດການຊ້ອມຮົບກອງທັບອາກາດຮ່ວມກັນຢູ່ທະເລຍີ່ປຸ່ນ.
ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ຊ້ອມ​ຮ​ົບ​ຮ່ວມ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ນາ​ບ​ຂູ່ ແລະ ປະ​ຕິ​ກິ​ລິ​ຍາ​ໄວ - ảnh 1(ພາບເອກະສານ:  AFP/TTXVN)

 ການຊ້ອມຮົບນີ້ ໄດ້ດຳເນີນ ພາຍຫຼັງ ທີ່ສປປ.ເກົາຫຼີ ຍິງວັດຖຸບິນ ເຊິ່ງໄດ້ຮັບຖືວ່າ ແມ່ນລູກສອນໄຟນຳວິຖີຂ້າມທະວີບ (ICBM) ໄປທາງທິດຕາເວັນອອກຂອງປະເທດນີ້.

        ໃນຖະແຫຼງການຮ່ວມ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຊີ້ແຈ້ງວ່າ: “ກຳລັງປ້ອງກັນຕົວຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ອາເມລິກາ ໄດ້ດຳເນີນການຊ້ອມຮົບສອງຝ່າຍ… ໃນຂະນະທີ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງຢູ່ອ້ອມແອ້ມປະເທດ ຍີ່ປຸ່ນ ນັບມື້ນັບຂາດສະຖຽນລະພາບ”. ຖະແຫຼງການດັ່ງກ່າວກໍໄດ້ເນັ້ນໜັກວ່າ ການຊ້ອມຮົບດັ່ງກ່າວ ໄດ້ດຳເນີນ “ພາຍຫຼັງ ທີ່ ICBM ຂອງ ສປປ.ເກົາຫຼີ ຕົກໃສ່ເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ ຢູ່ທະເລຍີ່ປຸ່ນ” ແລະ ເພື່ອແນໃສ່ຢັ້ງຢືນວ່າ ສອງປະເທດພ້ອມແລ້ວທີ່ຈະຮັບມືກັບທຸກກໍລະນີ. ປັດຈຸບັນ, ມີນາຍທະຫານ ອາເມລິກາ ປະມານ 55.000 ຄົນ ພວມປະຈຳຢູ່ ຍີ່ປຸ່ນ.  


ຕອບກັບ

ຂ່າວ/ບົດ​ອື່ນ