ອາເມລິກາ ແລະ ອິດສະຣາແອນ ປະກາດຖອນອອກຈາກ UNESCO ຢ່າງເປັນທາງການ

(VOVWORLD) - ວັນທີ 12 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ ປະເທດນີ້ຈະຖອນອອກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ແລະ ຄຳຕັດສິນນີ້ເລີ່ມມີຜົນສັກສິດນັບແຕ່ວັນທີ 31 ທັນວາຈະມາເຖິງ. 
ອາເມລິກາ ແລະ ອິດສະຣາແອນ ປະກາດຖອນອອກຈາກ UNESCO ຢ່າງເປັນທາງການ - ảnh 1 ສຳນັກງານ UNESCO

ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າຄຳຕັດສິນດັ່ງກ່າວ “ສ່ອງແສງບັນດາຄວາມວິຕົກວັງວົນນັບມື້ນັບໃຫຍ່ຫຼວງຂອງອາເມລິກາ ສຳລັບ UNESCO, ຄວາມຈຳເປັນຕ້ອງມີການປະຕິຮູບອົງການນີ້ກໍ່ຄືເລື່ອງອົງການນີ້ຮັກສາແນວຄິດຕາຍຕົວຕ້ານ Israel”. ຖະແຫຼງການເນັ້ນໜັກວ່າ: ອາເມລິກາ ຈະສືບຕໍ່ສວມບົດບາດເປັນຜູ້ສັງເກດການເພື່ອປະກອບທັດສະນະ ແລະ ວິຊາສະເພາະໃຫ້ແກ່ UNESCO.

        ຜູ້ຕາງໜ້າບາງອົງການກໍ່ຄືຫຼາຍປະເທດກໍ່ມີປະຕິກິລິຍາຕໍ່ເລື່ອງ ອາເມລິກາ ຕັດສິນໃຈຖອນອອກຈາກອົງການນີ້ ເລີ່ມແຕ່ປີ 2019. ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ສະແດງຄວາມເສຍດາຍຕໍ່ລັດຖະນະໂຍບາຍຂອງ ອາເມລິກາ ແຕ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump “ໃນບັນດາບັນຫາຜ່ານບັນດາອົງການຈັດຕັ້ງສາກົນ”. ໃນຂະນະນັ້ນ, ທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ອົງການ UNESCO ກໍ່ໄດ້ສະແດງຄວາມເສຍດາຍຕໍ່ຂໍ້ຕົກລົງຂອງ ວໍຊິງຕັນ.

        ແລະກໍ່ໃນວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ປະກາດວ່າ ປະເທດນີ້ ຈະຖອນອອກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO).

ຕອບກັບ

ຂ່າວ/ບົດ​ອື່ນ