ອາເມລິກາ,ການາດາໃຫ້ຄຳໝັ້ນສັນຍາຊຸກຍູ້TPPແລະຕ້ານການປ່ຽນແປງຂອງດິນຟ້າອາກາດ

ອາເມລິກາ,ການາດາໃຫ້ຄຳໝັ້ນສັນຍາຊຸກຍູ້TPPແລະຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama (ຂວາ) ​ໄດ້​ເຈລະຈາ​
ກັບ​ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ Justin Trudeau
(ພາບ: Reuters)

(vovworld) –  ວັນ​ທີ 10/3, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ Justin Trudeau ຢູ່​ທຳນຽບຂາວ ດ້ວຍ​ຈຸດ​ສຸມ ​ແມ່ນ​ປຶກສາ​ຫາລື​ການ​ຮ່ວມ​ມື 2 ຝ່າຍ, ບັ້ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP). ທີ່​ການ​​ເຈລະຈາ, ການ​ນຳ 2 ທ່ານ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຊຸກຍູ້​ການ​​ໃຫ້​ສັດຕະຍາບັນ​ສັນຍາ TPP ​ທີ່ ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ ພ້ອມ​ກັບ 10 ປະ​ເທດຄູ່​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ ລົງ​ນາມ​ໃນ​ວັນ​ທີ 5/10/2015, ຢູ່​ນະຄອນ Atlanta ຂ​ອງ ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍ​ຫຼັງ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ Obama ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ວິທີ​ຊຸກຍູ້​ສັນຍາ TPP ​ໃນ​ໄລຍະ​ຈະ​ມາ​ເຖິງ. ພວກ​ຂ​້າພະ​ເຈົ້າ​ກໍ່​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ສ້າງ​ເງື່ອນ​ໄຂ​ສະ​ກວດ​ກ່ວາ​ໃຫ້​ແກ່​ປະຊາຊົນ ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ​ ​ໄປ - ມາ, ​ແລກປ່ຽນ ຄ້າຂາຍ ​ແລະ ລົງທຶນ​ດ້ວຍ​ການ​ໂຍະຍານ​ບັນດາ​ລະບຽບ​ການ​ພາສີ ​ແລະ ​ເຂົ້າ​ເມືອງ”. ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ວົງ​ການ​ເຈົ້າ​ໜ​້າທີ່​ທຳນຽບຂາວ ​ໃຫ້​ຮູ້​ວ່າ: ທ່ານ Obama ​ແລະ ທ່ານ Trudeau ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຜັນ​ຂະຫຍາຍ​ບັນດາ​ບາ​ດກ້າວ​ລວມ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໃນ​ນັ້ນ​ມີ​ການ​ຫລຸດຜ່ອນ​ປະລິມານ​ອາຍ​ແກຼສ​ເຮືອນ​ແກ້ວ ​ແລະ ປະຕິບັດ​ຂ້ໍ​ຕົກລົງ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ບັນລຸ​ໄດ້​ໃນ​ທ້າຍ​​ປີ 2015 ຢູ່ ປາຣີ (ປະ​ເທດ ຝຣັ່ງ) ຢ່າງ​ວ່ອງ​ໄວ​ທີ່​ສຸດ.

 


ຂ່າວ/ບົດ​ອື່ນ