ອາເມລິກາຈັດວາງອັດຕາພາສີ 25% ສຳລັບສິນຄ້າຂອງຈີນທີ່ມີມູນຄ່າ 200 ຕື້ USD ຢ່າງເປັນທາງການ

(VOVWORLD) -ວັນທີ 10 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີອາເມລິກາ Donald Trump ແຈ້ງວ່າ, ໄດ້ຈັດວາງອັດຕາພາສີໃໝ່ຢ່າງເປັນທາງການ

ຕາມນັ້ນແລ້ວ, ໄດ້ເພີ່ມອັດຕາພາສີຈາກ 10% ໃນປະຈຸບັນຂຶ້ນເປັນ 25% ສຳລັບປະລິມານສິນຄ້ານຳເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD, ນັບແຕ່ເວລາ 00 ໂມງ 01 ນາທີ ຂອງວັນທີ 10 ພຶດສະພາ.

        ແຈ້ງການດັ່ງກ່າວໄດ້ຍົກອອກມາກົງກັບຈຸດເວລາທີ່ບັນດາເຈົ້າໜ້າທີ່ອາເມລິກາ ແລະ ຈີນ ພວມດຳເນີນຮອບເຈລະຈາທາບທາມຄວາມເຫັນດ້ານເສດຖະກິດ ແລະ ການຄ້າຂັ້ນສູງຄັ້ງທີ 11 ຢູ່ວໍຊິງຕັນ.

        ວັນທີ 10 ພຶດສະພາ, ຈີນ ສະແດງ “ຄວາມເສຍດາຍ” ພາຍຫຼັງອາເມລິກາ ເພີ່ມອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ, ພ້ອມກັນນັ້ນ ປັກກິງ ກໍ່ໃຫ້ຮູ້ວ່າ “ຈະມີບັນດາມາດຕະການໂຕ້ຕອບທີ່ຈຳເປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ