ອາເມລິກາຍົກອອກເງື່ອນ ໄຂປັບປຸງການພົວພັນ ກັບ ສປປ.ເກົາຫຼີ


ອາເມລິກາຍົກອອກເງື່ອນ ໄຂປັບປຸງການພົວພັນ ກັບ ສປປ.ເກົາຫຼີ - ảnh 1

(ພາບ: AFP/TTXVN)

(vovworld)- ​ ​ວັນ​ທີ 10/11, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ວ່າ:​ເລື່ອງ ສປປ.​ເກົາຫຼີ ປ່ອຍ​ຕົວ​ພົນລະ​ເມືອງ​ອາ​ເມ​ລິ​ກາ ​ເປັນ​ອິດ​ສະຫລະ ພຽງ​ແຕ່​ແມ່ນ “ການ​ກະທຳ​ບໍ່ຫຼາຍ​ປານ​ໃດ“ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ພຽງຢາງ ຕ້ອງ​ປ່ຽນ​ແປງ​ທັດສະນະ​ຕໍ່​ບັນ​ຫາ​ອາວຸດ​ນິວ​ເຄຼຍຖ້າ​ຫາກ​ປະ​ເທດ​ນີ້​ຢາກ​ປັບປຸງ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ.

  ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ​ງ, ປະ​ເທດ​ຈີນ, ປະທານາ ທິບໍດີ​ອາ​ເມ​ລິ​ກາ Barack Obama ​ເວົ້າວ່າ: “ພວກ​ຂ້າພະ​ເຈົ້າຢາກ​ສະ​ແດງ​ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ທີ່​ວ່າ: ​ເມື່ອ​ໃດ ສປປ.​ເກົາຫຼີ​ ມີ​ຄວາມ​ເຂັ້ມງວດ​ຕໍ່ບັນຫາ​ປອດ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ແລະ ກະກຽມ​ການ​ເຈລະຈາ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້, ​ເວລາ​ນັ້ນ, ອາ​ເມ​ລິ​ກາ ​ຈຶ່ງ​ເປີດ​ອົກ​ເປີດ​ໃຈ​​ກ່ວາ​ອີກ​​ໃນ​ການປັບປຸງ​ການ​ພົວພັນ​ກັບ ສປປ.​ເກົາຫຼີ“./.

ຂ່າວ/ບົດ​ອື່ນ