ອາເມລິກາ,ຍິ່ປຸ່ນ,ສ.ເກົາຫຼີ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ

ອາເມລິກາ,ຍິ່ປຸ່ນ,ສ.ເກົາຫຼີ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ - ảnh 1

ກຳ​ປັ່ນ​ຂອງ​ສ.​ເກົາຫຼີ ລາດ​ຕາ​ເວັນ​ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ບົນ​ທະ​ເລ​ກັບ ສປປ.​ເກົາຫຼີ

(ພາບ: Yonhap/TTXVN

 (vovworld)- ວັນ​ທີ 31/5, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ, ຍິ່ປຸ່ນ, ສ.​ເກົາຫຼີ ​ໄດ້​ພົບ​ປະກັນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື 3 ຝ່າຍ​​ໃນ​ສະພາບ​ການ​ເກີດ​ບັນດາ​ໄພ​ນາບ​ຂູ່​ລູກ​ສອນ​ໄຟ ​ແລະ ນິວ​ເຄຼຍຈາກ ສປປ.​ເກົາຫຼີ. ການ​ພົບ​ປະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ Shangri La 13 ຈັດ​ຂຶ້ນ​ຢູ່​ສິງກະ​​ໂປ. ລັດຖະມົນຕີ 3 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ຮ່ວມ​ມື​ຮັບ​ມື​ກັບ “​ໄພ​ນາບ​ຂູ່ລູກ​ສອນ​ໄຟ ​ ຈາກ ສປປ.​ເກົາຫຼີ “ ຂະນະ​ທີ່​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ຂອບ​ເຂດ 3 ຝ່າຍ. ລັດຖະມົນຕີ 3 ປະ​ເທດ ເຫັນ​ດີ​ເປັນ​ເອກະສັນ​ວ່າ ສປປ.​ເກົາຫຼີ ບໍ່​ຄວນ​ໄດ້​ຮັບ​ການ​ຮັບ​ຮູ້​ກາຍ​ເປັນ​ປະ​ເທດ​ກຳມະສິດ​ນິວ​ເຄຼຍ./.

 

ຂ່າວ/ບົດ​ອື່ນ