ອາເມລິການ ແລະ ສປປ ເກົາຫຼີ ດຳເນີນການ ເຈລະຈາ

ອາເມລິການ ແລະ ສປປ ເກົາຫຼີ ດຳເນີນການ ເຈລະຈາ - ảnh 1
ທ່ານ Glyn Davies ຕອບ​ສຳພາດ​ຕໍ່​ນັກ​ຂ່າວ
(ພາບ: baogialai.vn)

(vovworld) - ວັນ​ທີ  23/2, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ຂອງ ສປປ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ປະ​ເທດ​ຈີນ. ນີ້​ແມ່ນ​ການ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ 2 ປະ​ເທດ ນັບ​ຕັ້ງ​ແຕ່​ການ​ນຳ ສປປ ​ເກົາຫຼີ ທ່ານ Kim Jong Il ​​ໄດ​້​ເຖິງ​​ແກ່​ມໍລະນະ​ກຳ​ເມືອ​ເດືອນ 12/2011. ຄາດ​ວ່າ 2 ຝ່າຍ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຫຼຸດຜ່ອນນິວ​ເຄຼຍ, ບໍ່​​ແຜ່​ຂະຫຍາຍອາວຸດ​ນິວ​ເຄຼຍ ​ແລະ ຊ່ວຍ​ເຫຼືອ​ມະນຸດສະທຳ. ນອກ​ນັ້ນ, Washington ກໍ​ວາງ​ຈຸດໝາຍ​ຊອກ​ຫາ​ກາລະ​ໂອກາດ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ ( ລວມມີ: ຈີນ, ຍີ່​ປູ່​ນ, ສ. ​ເກົາຫຼີ, ສປປ ​ເກ​ົາຫຼີ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ພຽງ​ຢາງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາ​ຍຫຼັງ​ມາ​ຮອດ​ປັກ​ກິ່ງ; ທ່ານ Glyn Davies, ທູດ​ພິ​ເສດຂອງອາ​ເມ​ລິ​ກາ ສະ​ແດງ​ຄວາ​ມຫວັງ​ບັນດາ​ຝ່າຍ​ສາມາດ​ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ວິວັດການ​ເຈລະຈາ 6 ຝ່າຍ. ​

​ໃນ​ຂະນະ​ນັ້ນ, ສຳນັກຂ່າວສານ Yonhap ​ໃຫ້​ຮູ້​ວ່າ: ສ. ​ເກົາຫຼີ ​ໄດ້​ຮັບຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ​ມະນຸດສະທຳ ຂອງ​ບັນດາ​ອົງການ​ພົນລະ​ເຮືອນທີ່ ສະຫງວນ​ໃຫ້​ແກ່ ສປປ ​ເກົາ​ຫຼີ.

ຂ່າວ/ບົດ​ອື່ນ