ອາເມລິກາພິຈາລະຈາຄືນບັນດາມາດຕະການລົງໂທດດ້ານເສດຖະກິດສຳລັບມຽນມາ

ອາເມລິກາພິຈາລະຈາຄືນບັນດາມາດຕະການລົງໂທດດ້ານເສດຖະກິດສຳລັບມຽນມາ - ảnh 1

ທ່ານ Scot Marciel, ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ຂອງ ອາ​ເມ​ລິ​ກາ ປະຈຳ ມຽນມາ​

(ພາບ: AP)

(vovworld) –  ວັນ​ທີ 10/5, ທ່ານ Scot Marciel, ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່​ຂອງ ອາ​ເມ​ລິ​ກາ ປະຈຳ ມຽນມາ​ໄດ້​ປະກາດ​ວ່າ: ວໍ​ຊິງ​ຕັນ ອາດ​ສາມາດ​ພິຈາລະນາ​ຄືນ​ບາງ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ສຳລັບ ມຽນມ​າ. ​ໃນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ກັບ​ມະຫາຊົນ​ຢູ່ ມຽນມາ, ທ່ານ​ເອກອັກຄະ​ລັດຖະທູດ​ຄົນ​ໃໝ່ Marciel ​ໄດ້​ຍອມຮັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່ ອາ​ເມ​ລິ​ກາ ນຳ​ໃຊ້​ສຳລັບ ມຽນມາ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ “ນອກ​ຄວາມ​ຫວັງ” ສຳລັບ​ການ​ພັດທະນາ​ເສດຖະກິດ​ຂອງ ມຽນມາ. ທ່ານ Marciel ​ໃຫ້​ຮູ້​ວ່າ, ສຳລັບ​ລັດຖະບານ​​ໃໝ່​ຢູ່ ມຽນມາ, ວໍ​ຊິງ​ຕັນ ຈະ​ມີ “ວິທີ​ໂອ້​ລົມ​ສົນທະນາ​ອື່ນ” ​ເ​ມື່ອທຽບ​ໃສ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Thein Sein ກ່ອນ​ນີ້.​ ​ເກືອບ​ເຄິ່ງສະຕະວັດ​ຜ່ານ​ມາ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດພັນ​ທະ​ມິດ​ໄດ້​ຈັດ​ວາງ​ບັນດາ​ມາດ​ຕະການລົງ​ໂທດທີ່​ແຂງ​ກະດ້າງ​ສຳລັບ ມຽນມາ. ​​ແຕ່​ເຖິງຢ່າງ​ໃດ​ກໍ່ຕາມ, ນັບ​​ແຕ່​ເມື່ອ ມຽນມາ ປະຕິບັດ​ວິວັດ​ການ​ປະຕິ​ຮູບ​​ໃນ​ປີ 2011, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ມີ​ບັນດາ​ການ​ກະທຳ​ຕັ້ງໜ້າ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ການ​ພົວພັນ​ກັບ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້, ​ໃນ​ນັ້ນ​ມີ​ການ​ໂຍະຍານ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ​ແລະ ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ​ໄປ​ປະຈຳ​ການຢູ່​​ແຫ່ງ​ນີ້.


ຂ່າວ/ບົດ​ອື່ນ