ອາ​ເມ​ລິ​ກາມີກ​ານ​ແກ້ງ​ແຍ້ງ​ຢ່າງ​ແຮງ, ຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ກັບ​ຈີນ

(VOVWORLD) - ວັນທີ 14 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການພົບປະຄັ້ງທຳອີດ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນໃນໂລກ (G20) ຢູ່ບາລີ, ອິນໂດເນເຊຍ.

ຢູ່ການພົບປະ, ທ່ານປະທານປະເທດ ຈີນ ສິຈິ້ນຜິງ ຖືວ່າ ດ້ວຍຖານະເປັນສອງປະເທດມະຫາອຳນາດ, ຈີນ ແລະ ອາເມລິກາຄວນສ້າງວິວັດຂະບວນການທີ່ເໝາະສົມ, ຊອກຫາເສັ້ນທາງທີ່ຖືກຕ້ອງກັບການພົວພັນສອງຝ່າຍ ແລະ ຍົກສູງການພົວພັນຂຶ້ນສູ່ລະດັບສູງໃໝ່. ຕາມແຫຼ່ງຂ່າວຈາກທຳນຽບຂາວໃຫ້ຮູ້ວ່າ ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບບຸລິມະສິດ ແລະ ເຈດຈຳນົງຂອງແຕ່ລະຝ່າຍໃນບັນດາຂົງເຂດ. ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ແກ້ງແຍ້ງຢ່າງແຮງກັບຈີນ ແຕ່ເນັ້ນໜັກວ່າ ການແກ້ງແຍ້ງຈະບໍ່ກາຍເປັນການປະທະກັນ ແລະ ສອງປະເທດຕ້ອງຄຸ້ມຄອງການແກ້ງແຍ້ງຢ່າງມີຄວາມຮັບຜິດຊອບ, ຮັກສາບັນດາຊ່ອງທາງຕິດຕໍ່ພົວພັນ. ພ້ອມທັງ, ອາເມລິກາ ແລະ ຈີນ ຕ້ອງສົມທົບກັນແກ້ໄຂບັນດາສິ່ງທ້າທາຍຂ້າມຊາດລວມມີການປ່ຽນແປງຂອງດິນຟ້າອາກາດ, ຮັກສາເສດຖະກິດມະຫາພາກທົ່ວໂລກເປັນປົກກະຕິ ລວມມີຫຼຸດຜ່ອນໜິ້ສິນ, ຮັກສາຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ ເພື່ອສິ່ງທີ່ປະຊາຄົມສາກົນມຸ່ງຫວັງ.

ທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານປະທານປະເທດຈີນ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂບັນດາບັນຫາລະອຽດໃນການພົວພັນສອງຝ່າຍ ອາເມລິກາ - ຈີນ ແລະ ສົ່ງເສີມຄວາມຄືບໜ້າໃນບັນດາກົນໄກປັດຈຸບັນລວມມີການຜ່ານກຸ່ມປະຕິບັດງານລວມ. ສອງຝ່າຍກໍ່ແລກປ່ຽນທັດສະນະກ່ຽວກັບສິ່ງທ້າທາຍພາກພື້ນ ແລະ ທົ່ວໂລກທີ່ເປັນໜ້າສົນໃຈ, ຄືວິກິດການສະຫະພັນ ລັດເຊຍ - ຢູແກຼນ ແລະ ສະພາບການຢູ່ແຫຼມເກົາຫຼີ.

ການພົບປະລະຫວ່າງປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສິນຈິ້ນຜິງ ໄດ້ດຳເນີນກ່ອນທີ່ຈັດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ