ອາເມລິກາສ້າງຄວາມອຸ່ນໃຈໃຫ້ບັນດາພັນທະມິດເຂດອ່າວກ່ຽວກັບການເຈລະຈານິວຄະເລຍກັບອີຮານ

ອາເມລິກາສ້າງຄວາມອຸ່ນໃຈໃຫ້ບັນດາພັນທະມິດເຂດອ່າວກ່ຽວກັບການເຈລະຈານິວຄະເລຍກັບອີຮານ - ảnh 1
ອາເມລິກາສ້າງຄວາມອຸ່ນໃຈໃຫ້ບັນດາພັນທະມິດ
ເຂດອ່າວກ່ຽວກັບການເຈລະຈານິວຄະເລຍກັບອີຮານ
(ພາບປະກອບ: nytimes)

(vovworld) - ວັນ​ທີ 5/3, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ຈັດການ​ພົບ​ປະ ​ເພື່ອສ້າງ​ຄວາມ​ອຸ່ນ​ໃຈ​ໃຫ້​ບັນດາ​ພັນທະ​ມິດ​ເຂດ​ອ່າວ​ວ່າ, ການ​ເຊັນ​ຂໍ້​ຕົກລົງ​ກັບ​ອີ​ຮານ ຂອງອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Barack Obama ຈະ​ບໍ່​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ພັນທະ​ມິດ​ ຢູ່​​ເຂດຕາ​ເວັນ​ອອກ​ກາງ. ​​ໃນ​ການ​ປະຊຸມ​ຂ່າວ​ລວມກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຊາ​ອຸ​ດີ ອາ​ຮາ​ເບຍ, ລາຊະ​ກຸມມານ Saud al – Faisal, ຢູ່ Riyadh, ທ່ານ​ລັດຖະມົນຕີ​ວ່າການ​ John Kerry, ຖື​ວ່າ​ຂໍ້​ຕົກລົງ​ນິວຄະ​ເລຍ ບໍ່​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຂໍ້​ຕົກລົງ​ໃຫຍ່​ກັບ​ອີ​ຮານ ​ແລະ ວໍ​ຊິງ​ຕັນ​ ຈະ​ສືບ​ຕໍ່​ສະໜັບສະໜູນ​ບັນດາ​ພັນທະ​ມິດ​ເຂດ​ອ່າວ​ຕ້ານ​ການ​ແຊກ​ແຊງ​ຂອງ​ເຕ​ເຮຣານ. ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ John Kerry ຢືນຢັນ​ວ່າ, ​ໃນ​ຂະນະ​ທີ່​ດຳ​ເນີນ​ການ​ເຈລະຈາ​ໂຄງການ​ນິວຄະ​ເລຍ​ກັບ​ອີຣານ “ອາ​ເມ​ລິ​ກາ​ ຍັງຄົງ​ຕິດຕາມ​ເຖິງ​ການ​ເຄື່ອນ​ໄຫວ​ທີ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຂອງ​ອີຣານ ຢູ່​ຊີຣີ, ລີ​ບານ, ອີຣັກ ​ແລະ ອີ​ເອ​ແມນ“ ຢູ່.

ຂ່າວ/ບົດ​ອື່ນ