ອາໄລຫາ, ຕອບບຸນແທນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດ ເພື່ອພື້ນຖານເອກະລາດ, ເສລີພາບ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ

(VOVWORLD) - ບັນດາທ້ອງຖິ່ນກໍ່ຈັດຕັ້ງການປັບແປງ, ຕົບແຕ່ງບັນດາເຂດບູຊາ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢື້ຢາມຖາມຂ່າວ, ມອບຂອງຂວັນ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ກວດພະຍາດ
ອາໄລຫາ, ຕອບບຸນແທນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດ ເພື່ອພື້ນຖານເອກະລາດ, ເສລີພາບ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ - ảnh 1ການເຄື່ອນໄຫວຢູ່ແຂວງ ກ໋ວາງນິງ(ພາບ: Thống Nhất/TTXVN)

ຕອນບ່າຍວັນທີ 26 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປວາງພວງມາລາ ແລະ ໄຕ້ທູບທຽນຢູ່ເຂດອະນຸສາວະລີບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແຂວງ ກ໋ວາງນິງ, ເນື່ອງໃນໂອກາດລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022). ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ໄປວາງພວງມາລາ ແລະ ໄຕ້ທູບທຽນອາໄລຫາ ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຫວູວັນຫຽວ, ເຊິ່ງເປັນເລຂາຄະນະພັກເຂດປົກຄອງພິເສດທຳອິດຢູ່ເຂດບໍ່ແຮ່ ກ໋ວາງນິງ,

ສ່ວນຢູ່ແຂວງ ກ໋ວາງບິ່ງ, ຕອນຄ່ຳວັນທີ 26 ກໍລະກົດ, ໄດ້ຈັດລາຍການສະແດງສິລະປະພິເສດ “ຍືນຍົງຄົງຕົວກັບການເວລາ”. ໃນຂອບເຂດລາຍການ, ຄະນະໄດ້ຈັດຕັ້ງການມອບປຶ້ມເງິນຝາກປະຢັດໃຫ້ແກ່ແມ່ ຫວຽດນາມ ວິລະຊົນ 10 ແມ່ ແລະ ມອບຂອງຂວັນ 33 ພູດທະຫານເຈັບປ່ວຍ, ທະຫານເສຍອົງຄະທີ່ປະສົບກັບຄວາມຫຍຸ້ງຍາກ. ກໍ່ໃນຕອນຄ່ຳວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດທຸກແຫ່ງ ແລະ ອະນຸສາວະລີໃນບໍລິເວນແຂວງ ກ໋ວາງບິ່ງ ລ້ວນແຕ່ໄດ້ໃຕ້ທຽນອາໄລຫາ.

ພີທີຖະຫວາຍທູບທຽນ, ວາງພວງມາລາ ຕອບບຸນແທນຄຸນ, ອາໄລຫາບັນດານັກຮົບວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກໍ່ໄດ້ຈັດຂຶ້ນຢູ່ເຂດສຸສານ, ເຂດອະນຸສາວະລີຫຼາຍແຫ່ງໃນທົ່ວປະເທດໃນຕອນຄ່ຳວັນທີ 26 ກໍລະກົດ. ເນື່ອງໃນໂອກາດນີ້, ບັນດາທ້ອງຖິ່ນກໍ່ຈັດຕັ້ງການປັບແປງ, ຕົບແຕ່ງບັນດາເຂດບູຊາ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ; ຢື້ຢາມຖາມຂ່າວ, ມອບຂອງຂວັນ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ແກ່ບັນດາແມ່ ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ອ້າຍ ເລຕວນຫວູ, ເລຂາຄະນະຊາວໜຸ່ມ ນະຄອນຮະລອງ,ແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

        “ໃນປີ 2022, ຄະນະຊາວໜຸ່ມຂັ້ນຮາກຖານສືບຕໍ່ເບິ່ງແຍງດູແລບັນດາຄອບຄົວເປົ້າໝາຍນະໂຍບາຍ, ມອບບັດປະກັນສຸຂະພາບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ແມ່ ຫວຽດນາມ ວິລະຊົນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການສ້ອມແປງເຮືອນຢູ່ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ພິເສດແມ່ນເອົາໃຈໃສ່ເຖິງລຸ້ນໜຸ່ມ, ພວກນ້ອງທີ່ປະສົບກັບຄວາມຫຍຸ້ງຍາກເພື່ອໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈໄປໂຮງຮຽນ; ຜັນຂະຫຍາຍໂຄງການສ້າງ “ເຮືອນແຫ່ງແພແດງເຍົາວະຊົນ” ໃນສົກຮຽນໃໝ່ຈະມາເຖິງ” .

ຕອບກັບ

ຂ່າວ/ບົດ​ອື່ນ