ອຳນາດການປົກຄອງກອງທັບ ນີເຊ ຍອມຮັບຂໍ້ລິເລີ່ມຂອງ ອານເຊຣີ ເພື່ອແກ້ໄຂວິກິດການທາງດ້ານການເມືອງ

(VOVWORLD) - ອຳນາດການປົກຄອງກອງທັບຂອງ ນີເຊ ຈະຍອມຮັບຂໍ້ລິເລີ່ມຂອງ ອານເຊຣີ ອັນໄດ້ນຳມາເຊິ່ງແງ່ຫວັງໃນການແກ້ໄຂ ດ້ານການເມືອງໃຫ້ແກ່ວິກິດການຢູ່ ນີເຊ.
ອຳນາດການປົກຄອງກອງທັບ ນີເຊ ຍອມຮັບຂໍ້ລິເລີ່ມຂອງ ອານເຊຣີ ເພື່ອແກ້ໄຂວິກິດການທາງດ້ານການເມືອງ  - ảnh 1ຕຳຫຼວດນີເຊ
(ພາບ: AP)

          ວັນທີ 02 ຕຸລາ ຊ່ອງໂທລະພາບແຫ່ງລັດ ອານເຊຣີ ໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງກອງທັບ ນີເຊ ໄດ້ເຫັນດີຕໍ່ຂໍ້ສະເໜີໄກ່ເກ່ຍຂອງ ອານເຊຣີ ເພື່ອແນໃສ່ຫຼຸດຜ່ອນວິກິດການດ້ານການເມືອງຂອງ Niamey.

          ໃນຖະແຫຼງການທີ່ເຜີຍແຜ່ທາງໂທລະພາບແຫ່ງລັດ, ກະຊວງການຕ່າງປະເທດ ອານເຊຣີ ໃຫ້ຮູ້ວ່າ, ປະເທດນີ້ໄດ້ຮັບແຈ້ງການທາງການຈາກ ນີເຊ ກ່ຽວກັບການເຫັນດີຕໍ່ຂໍ້ລິເລີ່ມຂອງທ່ານປະທານາທິບໍດີ Abdelmadjid Tebboune, ເພື່ອຊຸກຍູ້ມາດຕະການແກ້ໄຂວິກິດການດ້ານການເມືອງຢູ່ ນີເຊ. ທ່ານລັດຖະມົນຕີການຕ່າງປະເທດ ນີເຊ Ahmed Attaf, ຈະໄປຍັງນະຄອນ Niamey ໃນໄລຍະໄວທີ່ສຸດ, ເພື່ອດຳເນີນການປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງ.

          ຖະແຫຼງການຍັງໄດ້ເນັ້ນໜັກເລື່ອງ ອຳນາດການປົກຄອງກອງທັບຂອງ ນີເຊ ຈະຍອມຮັບຂໍ້ລິເລີ່ມຂອງ ອານເຊຣີ ອັນໄດ້ນຳມາເຊິ່ງແງ່ຫວັງໃນການແກ້ໄຂ ດ້ານການເມືອງໃຫ້ແກ່ວິກິດການຢູ່ ນີເຊ. ການໄກ່ເກ່ຍຈະເປີດອອກມາດຕະການແກ້ໄຂວິກິດການຢູ່ປະເທດນີ້ໂດຍສັນຕິວິທີ, ກໍ່ຄືນຳມາເຊິ່ງຜົນປະໂຫຍດໃຫ້ທັງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ