ອຳນາດການປົກຄອງໃໝ່ຢູ່ອາເມລິກາຫວັງຢາກຮັກສາກົດໝາຍ Obamacare

(VOVWORLD) -ອຳນາດການປົກຄອງຂອງປະທານທິບໍດີຄົນໃໝ່ອາເມລິກາ Joe Biden ໄດ້ສະແດງຄວາມຫວັງວ່າ ສານສູງສຸດຈະສືບຕໍ່ຮັກສາ ກົດໝາຍສຸຂະພິບານທີ່ເໝາະສົມ ຫຼືຍັງເອີ້ນວ່າ  Obamacare
ອຳນາດການປົກຄອງໃໝ່ຢູ່ອາເມລິກາຫວັງຢາກຮັກສາກົດໝາຍ Obamacare  - ảnh 1ພາບປະກອບ

ໃນຈົດໝາຍທີ່ສົ່ງເຖິງສານສູງສຸດ, ອຳນາດການປົກຄອງຂອງປະທານທິບໍດີຄົນໃໝ່ອາເມລິກາ Joe Biden ໄດ້ສະແດງຄວາມຫວັງວ່າ ສານສູງສຸດຈະສືບຕໍ່ຮັກສາ ກົດໝາຍສຸຂະພິບານທີ່ເໝາະສົມ ຫຼືຍັງເອີ້ນວ່າ  Obamacare . ນີ້ແມ່ນການກະທຳຕໍ່ໄປ ແນໃສ່ຕ່າວປີ້ນຫຼັກໝັ້ນໃນສະໄໝອຳນາດການປົກຄອງຂອງປະທານາທິບໍດີ Donald Trump.

        ກ່ອນໜ້ານັ້ນ ໃນເດືອນພະຈິກປີ 2020ສານສູງສຸດອາເມລິກາໄດ້ດຳເນີນການໂຕ້ວາທີ ຕາມຂໍ້ສະເໜີຂອງບັນດາລັດໂດຍພັກສາທາລະນະຄວບຄຸມ ແນໃສ່ເຮັດໃຫ້ ກົດໝາຍ Obamacare ເປັນໂມຄະ. ຄຳຕັດສິນນີ້ ຄາດວ່າ ຈະຖືກຍັກອອກມາໃນເດືອນມິຖຸນາທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ