ອູແກຼນ ຮຽກຮ້ອງ ຝ່າຍຕາເວັນຕົກ ບໍ່ແຊກແຊງ

ອູແກຼນ ຮຽກຮ້ອງ ຝ່າຍຕາເວັນຕົກ ບໍ່ແຊກແຊງ - ảnh 1
ທ່ານ​ປະທານາທິບໍດີ ອູ​ແກຼນ Viktor Yanukovych
(ພາບ: AFP)


(vovworld) - ວັນ​ທີ 20/12, ​ໃນ​ບົດ​ກາວ​ປາ​ໄສ​ທຳ​ອິດ​​​​ເຊິ່ງໄດ້​ຖ່າຍ​ຖອດ​ສົດທາງ​ໂທ​ລະ​ພາບ ນັບ​ແຕ່​ເກີດ​ວິ​ກິດ​ການ​ເມື່ອ​ຕົ້ນ​ເດືອນ 11, ທ່ານ​ປະທານາທິບໍດີ ອູ​ແກຼນ Viktor Yanukovych ​ໄດ້​ຮຽກຮ້ອງ​ຝ່າຍ​ຕາ​ເວັນ​ຕົກ ຢື່ນຢູ່​ນອກ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ນີ້, ພາຍຫຼັງ​ບັນດາ​ນັກ​ການ​ທູດ​ອັນ​ດັບ​ໜຶ່ງ​ຂອງ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ພົບ​ປະ​ກັບ​ວົງ​ການ​ການ​ນຳ​ຝ່າຍ​ຄ້ານ ​ແລະ ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ. ທ່ານ​ປະທານາທິບໍດີ Viktor Yanukovych ​​ຖື​ວ່າຂໍ້​ຕົກລົງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ກັບ ມົດສກູ ບໍ່​ໄປ​​ຝືນ​ກັບ​ຄວາມ​ປາດ​ຖະໜາ​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ (EU) ຂອງ​ອູ​ແກຼນ, ​ແຕ່​ທ່ານ​ກໍ່ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ອາດສາມາດ​ເຂົ້າ​ຮ່ວມ​ບາງ​ຂໍ້ມາດຕາຂອງພັນ​ທະ​ມິດ​ພາສີໂດຍ​ລັດ​ເຊຍ ນຳ​ໜ້າ ພາຍຫຼັງ​ພິຈາລະນາ​ບັນ​ດາ​ເອກະສານ​ໂດຍ​ກຸ່ມ​ດັ່ງກ່າວ​ສະ​ໜອງ.

ຂ່າວ/ບົດ​ອື່ນ