ຮັກສາວັດທະນະທຳຂອງຊາດຜ່ານບັນດາພິທີກຳທີ່ເປັນມູນເຊື້ອໃນໂອກາດບຸນເຕັດ

(VOVWORLD) - ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ຍັງຈັດງານວາງສະແດງຮີດຄອງປະເພນີໃນບຸນເຕັດທີ່ເປັນມູນເຊື້ອ ແລະ ພິທີບຸນເຕັດໃນພະລາຊະວັງ.
ຮັກສາວັດທະນະທຳຂອງຊາດຜ່ານບັນດາພິທີກຳທີ່ເປັນມູນເຊື້ອໃນໂອກາດບຸນເຕັດ - ảnh 1ພິທີປ່ອຍປາສົ່ງເທວະດາຄຸ້ມຄອງເຕົາໄຟແມ່ນຈຸດວັດທະນະທຳມາແຕ່ດົນນານຂອງຊາວ ຫວຽດນາມ
(ພາບ: TTXVN)

        ວັນທີ 02 ກຸມພາ (ກົງກັບວັນທີ 23 ເດືອນ 12 ປີເຖາະ), ພິທີສົ່ງອັດປີເກົ່າ ຕ້ອນຮັບອັນໃໝ່ ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງໄດ້ຈັດຂຶ້ນຢູ່ເຂດ ຮ່ວາງແທງ ທັງລອງ (ຮ່າໂນ້ຍ). ເຂົ້າຮ່ວມພິທີ, ຢູ່ຫໍ ກິງທຽນ, ຜູ້ຕາງໜ້າການນຳນະຄອນ ຮ່າໂນ້ຍ ໄດ້ພ້ອມກັບຄະນະຈັດຕັ້ງໄດ້ທຳພິທີຖະຫວາຍເທວະດາຄຸ້ມຄອງເຕົາໄຟ ແລະ ພິທີປຸກຕົ້ນກະຖິນຢູ່ຕໍ່ໜ້າປະຕູໂຂງທິດໃຕ້ພະລາຊະວັງ (ດວານມົນ).

        ພ້ອມກັບການປະຕິບັດພິທີກຳພະລາຊະວັງດັ່ງກ່າວ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ຍັງຈັດງານວາງສະແດງຮີດຄອງປະເພນີໃນບຸນເຕັດທີ່ເປັນມູນເຊື້ອ ແລະ ພິທີບຸນເຕັດໃນພະລາຊະວັງ.

        ໃນວັນດຽວກັນ, ຢູ່ພະລາຊະວັງ ເຫວະ, ສູນອະນຸລັກຮັກສາມໍລະກົດກຸງເກົ່າ ເຫວະ ໄດ້ຈັດພິທີປຸກຕົ້ນກະຖິນຕາມຮີດຄອງປະເພນີຂອງພະລາຊະວັງໃນເມື່ອກ່ອນໃນສະໄໝເຈົ້າຊີວິດ ຫງວຽນ. ທ່ານ ຫງວຽນເຟືອກຫາຍຈູງ, ຮອງຫົວໜ້າສຸນອະນຸລັກຮັກສາກຸງເກົ່າ ເຫວະ, ໃຫ້ຮູ້ວ່າ:

        “ໂດຍແຕກຕ່າງກັບພິທີປຸກຕົ້ນກະຖິນໃນໝູ່ປະຊາຊົນ, ພິທີປຸກຕົ້ນກະຖິນຂອງພະລາຊະວັງມີຄວາມໝາຍພິເສດ. ໃນພະລາຊະວັງໄດ້ປຸກຕົ້ນກະຖິນທີ່ສົ່ງສັນຍານຊີ້ໃຫ້ເຫັນວ່າ ບຸນເຕັດວຽນມາແລ້ວ, ລາຊະວົງໄດ້ມັດກາຈ້ຳຂຶ້ນຕົ້ນກະຖິນ ເປັນສັນຍາລັກໃຫ້ເລື່ອງຢຸດການເຮັດວຽກ, ເລີ່ມພັກຍາມບຸນເຕັດ. ຈົນຮອດເວລາລາຊະວົງກັບເມືອເຮັດວຽກ ເຂົາເຈົ້າຈຶ່ງເອົາຕົ້ນກະຖິນລົງ, ເອົາກາຈ້ຳນັ້ນເລີ່ມເຮັດວຽກຍາມຕົ້ນປີໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ