ຮັດແໜ້ນການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ໃຫ້ຫຼາຍກວ່າອີກ

(VOVWORLD) -ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາລາຊະອານາຈັກກຳປູເຈຍ

ວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນຍາດໄຊຊະນະໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ ຂອງຫວຽດນາມ ແລະ ພ້ອມກັບປະຊາຊົນກຳປູເຈຍໄຊຊະນະລະບອບດັບສູນເຊື້ອຊາດ (7/1/1979 – 07/01/2019).

ຮັດແໜ້ນການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ໃຫ້ຫຼາຍກວ່າອີກ - ảnh 1ທ່ານ ເຈິ່ນແທງເໝີນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ  (ພາບ:taptrimattran.vn)

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍບັນດາຜົນງານສຳຄັນກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງປະເທດ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ກຳປູເຈຍ ໃນພາກພື້ນ ອາຊຽນ ແລະ ໃນເວທີສາກົນ. ພິເສດ, ຜ່ານການພົບປະແລກປ່ຽນຄະນະ, ແບ່ງປັນບົດຮຽນໃນການພັດທະນາປະເທດຊາດ ຂອງ ການນຳພັກ, ລັດ, ແນວໂຮມປະເທດຊາດ ສອງປະເທດຫວຽດນາມ - ກໍາປູເຈຍ ໄດ້ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ແລະ ຍືນຍົງທີ່ມີມາແຕ່ດົນນານ ນັບມື້ນັບດີກວ່າ. ພ້ອມທັງຢັ້ງຢືນວ່າ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍາມໃດກໍສະໜັບສະໜູນບົດບາດຂອງສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາລາຊະອານາຈັກກຳປູເຈຍ, ທ່ານເຈິ່ນແທັງເໝິນ ປາດຖະໜາວ່າ ແນວໂຮມສອງປະເທດ ຈະສືບຕໍ່ຊຸກຍູ້ການພົວພັນສອງຝ່າຍຜ່ານການພົບປະແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນເຊິ່ງກັນແລະກັນໃນວຽກງານແນວໂຮມ.

ສ່ວນທ່ານ Tep Ngorn ເນັ້ນໜັກວ່າ ລັດ ແລະ ປະຊາຊົນກຳປູເຈຍ ຍາມໃດກໍຈົດຈຳບຸນຄຸນອັນໃຫຍ່ຫຼວງ ທີ່ບໍ່ອາດຫຼົງລືມໄດ້ຂອງພັກ, ລັດ, ແນວໂຮມປະເທດຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ປົດປ່ອຍປະເທດຊາດ ຊ່ວຍປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຫ້ຽມນັ້ນ, ປະກອບສ່ວນເຂົ້າໃນວິວັດການສ້າງສັນຕິພາບໃຫ້ແກ່ປະເທດກຳປູເຈຍ. ທ່ານ Tep Ngorn ຢັ້ງຢືນວ່າ, ພັກປະຊາຊົນ, ລັດຖະບານ, ສະພາແຫ່ງຊາດກຳປູເຈຍ ຍາມໃດກໍເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພິເສດແມ່ນສາຍພົວພັນມິດຕະພາບລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ.

ຮັດແໜ້ນການພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ໃຫ້ຫຼາຍກວ່າອີກ - ảnh 2ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ 

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສໍານັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ໃຫ້ການຕ້ອນຮັບທ່ານ Tep Ngorn - ຮອງປະທານສະພາສູງ ກຳປູເຈຍ ເຊັ່ນດຽວກັນ. ທີ່ການຕ້ອນຮັບ, ທ່ານນາງຫງວຽນທິກິມເງິນ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານລາຊະອານາຈັກ  ໂດຍພັກປະຊາຊົນກໍາປູເຈຍ (CPP) ເປັນແກ່ນສານ, ປະເທດຊາດ ແລະ ປະຊາຊົນກໍາປູເຈຍ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫຍ່ຫຼວງ, ທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນ ຢູ່ພາກພື້ນ ແລະ ໃນໂລກ.


 

ຕອບກັບ

ຂ່າວ/ບົດ​ອື່ນ