ຮັບ​ປະ​ກັນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​​ໃຫ້ກອງ​ປະ​ຊຸມ AP-11

(VOVWORLD) - ການຝືກອົບຮົບມີຄວາມໝາຍສຳຄັນ ເພື່ອກະກຽມດີທີ່ສຸດໃຫ້ແກ່ພະນັກງານອົງການສູນກາງສະພາ ແລະ ຜູ້ອາສາສະໝັກ ກຽມພ້ອມການເຂົ້າຮ່ວມເພື່ອຮັບໃຊ້ກອງປະຊຸມ AP – 11.
ຮັບ​ປະ​ກັນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​​ໃຫ້ກອງ​ປະ​ຊຸມ AP-11 - ảnh 1ການຝືກອົບຮົບ: dangcongsan.vn

ວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ຈັດການຝືກອົບຮົມວຽກງານການຕ່າງປະເທດ, ຄວາມໝັ້ນຄົງ, ຄວາມປອດໄພ ສະພາກາແດງ ແລະ ກາຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP - 11) ໃຫ້ແກ່ພະນັກງານ ອົງການສູນກາງສະພາກາແດງ, ຜູ້ອາສາສະໝັກ ເຂົ້າຮ່ວມວຽກງານຕ້ອນຮັບຮັບໃຊ້ຜູ້ແທນໃນໄລຍະເຂົ້າຮ່ວມກອງປະຊຸມທີ່ຈັດຂຶ້ນຢູ່ ຫວຽດນາມ.

ແຕ່ວັນທີ 20 - 23 ພະຈິກ, ຢູ່ຮ່າໂນ້ຍ, ສະພາກາແດງ ຫວຽດນາມ ຈັດກອງປະຊຸມສະພາກາແດງ ແລະ ກາຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP - 11)ດ້ວຍຫົວຂໍ້ “ອາຊີ - ປາຊີຟິກ: ພ້ອມແລ້ວທີ່ຈະຮັບມືກັບ ວິນາດຕະກຳ”. ກອງປະຊຸມໄດ້ຈັດຂຶ້ນ 4 ປີເທື່ອໜຶ່ງ, ແມ່ນເຫດການສຳຄັນຂອງຂະບວນການໃນພາກພື້ນ. ນີ້ແມ່ນໂອກາດເພື່ອແນະນຳ, ໂຄສະນາກ່ຽວກັບຜົນສຳເລັດ, ວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ