ຮັບເລືອດກວ່າ 720.000 ຖົງ, ປະກອບສ່ວນກອບກູ້, ປິ່ນປົວໃຫ້ຄົນເຈັບນັບໝື່ນຄົນ

(VOVWORLD) - ໃນໄລຍະຜ່ານມາ, ສະຕິຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຕໍ່ວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ
ຮັບເລືອດກວ່າ 720.000 ຖົງ, ປະກອບສ່ວນກອບກູ້, ປິ່ນປົວໃຫ້ຄົນເຈັບນັບໝື່ນຄົນ - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ກ່າວຄຳເຫັນ
(ພາບ: moh.gov.vn)

        6 ເດືອນຕົ້ນປີ 2023, ຄະນະຊີ້ນຳບັ້ນຂົນຂວາຍການບໍລິຈາກເລືອດທຸກຂັ້ນ ໄດ້ຂົນຂວາຍ, ຮັບເອົາເລືອດກວ່າ 720.000 ຖົງ, ປະກອບສ່ວນກອບກູ້, ປິ່ນປົວໃຫ້ຄົນເຈັບນັບໝື່ນຄົນທີ່ຕ້ອງການເລືອດ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບບັ້ນຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈຄັ້ງທີ 25, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 12 ມິຖຸນາ, ຢູ່ ຮ່າໂນ້ຍ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ, ຫົວໜ້າຄະນະຊີ້ນຳແຫ່ງຊາດບັ້ນຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ສະຕິຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຕໍ່ວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ; ທຸກຂັ້ນ, ທຸກຂະແໜງການ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍບັ້ນຂົນຂວາຍ, ຮັບປະກັນຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ຮັບການຮັກສາ ແລະ ພັດທະນາ.

        “ທຸກບັ້ນເຄື່ອນໄຫວ, ເຫດການດັ່ງກ່າວ ລ້ວນແຕ່ຮັບປະກັນການບໍລິຈາກເລືອດດ້ວຍຄວາມປອດໄພ, ປ້ອງກັນ ຕ້ານພະຍາດ. ວຽກງານເບິ່ງແຍງດູແລຜູ້ບໍລິຈາກເລືອດນັບມື້ນັບໄດ້ປະຕິບັດຢ່າງມີແບບມີແຜນ, ລະອຽດລະອໍກວ່າ; ຝຶກອົບຮົມໃຫ້ຖັນແຖວ, ກຳລັງພະນັກງານ, ພາລະກອນ, ນັກໂຄສະນາ, ນັກອາສາສະໝັກກ່ຽວກັບວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ”.

        ໃນຊຸມເດືອນທ້າຍປີ 2023, ຄະນະຊີ້ນຳແຫ່ງຊາດການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ພ້ອມກັບທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ເພີ່ມທະວີຮູບແບບສື່ສານ ຕິດພັນກັບບັ້ນຂົນຂວາຍ ແລະ ຈັດຕັ້ງການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ຮັບປະກັນຈຳນວນເລືອດຢ່າງພຽງພໍໃນການປິ່ນປົວສຸກເສີນ, ປິ່ນປົວໃຫ້ຄົນເຈັບ ແລະ ສຳຮອງຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ