ຮ່ວມ​ມື​ກັບສະ​ຫະ​ປະ​ຊາ​ຊາດ ແມ່ນ​ໜຶ່ງໃນ​ບັນ​ດາ​ບຸ​ລິ​ມະ​ສິດຂອງ​ນະ​ໂຍ​ບາຍ​​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນບົດບາດເປັນໃຈກາງຂອງ ສະຫະປະຊາຊາດໃນການສ້າງລະບົບກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.
ຮ່ວມ​ມື​ກັບສະ​ຫະ​ປະ​ຊາ​ຊາດ ແມ່ນ​ໜຶ່ງໃນ​ບັນ​ດາ​ບຸ​ລິ​ມະ​ສິດຂອງ​ນະ​ໂຍ​ບາຍ​​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ - ảnh 1ທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ທັງເປັນ ເລຂາທິການຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊິຟິກ ແລະ  ທ່ານງວຽນຊວນຟຸກ ນາຍົກລັດຖະມົນຕີ  ຫວຽດນາມ (ພາບ: VGP/ກວາງຮຽວ)

ວັນທີ 12 ພຶດສະພາ, ຢູ່ແຂວງຮ່ານາມ, ຢູ່ນອກວັນບຸນວິສາຂະບູຊາ ສະຫະປະຊາຊາດ Vesak 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ທັງເປັນ ເລຂາທິການຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມ ອາຊີ - ປາຊິຟິກ (UNESCAP). ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນບົດບາດເປັນໃຈກາງຂອງ ສະຫະປະຊາຊາດໃນການສ້າງລະບົບກົດໝາຍສາກົນ, ຮັກສາສັນຕິພາບ, ສະກັດກັ້ນການປະທະກັນ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສປຊ ແມ່ນຄູ່ຮ່ວມມືທີ່ສຳຄັນແຖວໜ້າຂອງ ຫວຽດນາມ. ທ່ານນາຍົກລັດຖະມົຕີ ໄດ້ສະເໜີໃຫ້ UNESCAP ສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ UNESCAP ແລະ ຫວຽດນາມ, ໃນນັ້ນ UNESCAP ສືບຕໍ່ໃຫ້ຄຳປຶກສາໃນວິວັດການສ້າງຕັ້ງ ແລະ ປະຕິບັດບັນດານະໂຍບາຍການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ໃຫ້ຄຳປຶກສາດ້ານນະໂຍບາຍ ເປັນຕົ້ນແມ່ນການຟື້ນຟູ ແລະ ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຄວບຄຸມສະພາບເງິນເຟີ້, ຮັບປະກັນການປະກັນຊີວິດສັງຄົມ ແລະ ການພັດທະນາແບບຍືນຍົງ, ປະຕິບັດບັນດາເປົ້າໝາຍພັດທະນາ ແບບຍືນຍົງ (SDGs), ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງສຳເລັດຜົນ.

ທ່ານນາງຮອງເລຂາທິການໃຫຍ່ ສະຫະປະຊາຊາດ ທັງເປັນເລຂາທິການຝ່າຍບໍລິຫານ UNESCAP ສະແດງຄວາມຫວັງວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບົດບາດເປັນປະທານ ອາຊຽນ ໃນ ປີ 2020 ແລະ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ຈະຊຸກຍູ້ການພົວພັນລະຫວ່າງ ອາຊຽນ - UNESCAP.

ຕອບກັບ

ຂ່າວ/ບົດ​ອື່ນ