ຮ່ວມມືກໍ່ສ້າງ “ປ້ອມປ້ອງກັນ ມິດຕະພາບ, ດ່ານຊາຍແດນ ທີ່ກົມກຽວ” ບົນເຊັ້ນທາງຊາຍແດນຫວຽດນາມ - ຈີນ

ຮ່ວມມືກໍ່ສ້າງ “ປ້ອມປ້ອງກັນ ມິດຕະພາບ, ດ່ານຊາຍແດນ ທີ່ກົມກຽວ” ບົນເຊັ້ນທາງຊາຍແດນຫວຽດນາມ - ຈີນ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 25 ກັນຍາ, ປ້ອມປ້ອງ​ກັນຊາ​ຍ​ແດນ​ດ່າ​ຍ​ຊາຍ​ແດນ​ສາກົນ ລາວ​ກາຍ (ຫວຽດນາມ) ​ແລະ ປ້ອມ​ກວດກາປ້ອງ​ກັນຊາ​ຍ​ແດນ (ຈີນ) ​ໄດ້​ຈັດ​ພິທີ​ແຮກ​ສ່ຽວ. ນີ້​ແມ່ນ​ຫົວໜ່ວຍ​ທຳ​ອິດ​ໃນ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ຈີນ ຈັດ​ຕັ້ງ​ພິທີ​ແຮກສ່ຽວ ​ເພື່ອ​ແນ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ທາງບົກ​ຫວຽດນາມ - ຈີນ ​ສັນຕິພາບ, ມິດຕະພາບ ​ແລະ ຮ່ວມ​ມື​ພັດທະນາ.

        11 ​ເນື້ອ​ໃນ​ໃນ​​ເອກະສານ​ແຮກ​ສ່ຽວ ສະ​ແດງ​​ໃຫ້​ເຫັນເຈດ​ຕະນາ​ດີ ພ້ອມ​ກັນ​ກໍ່ສ້າງ​ປ້ອມ​ປ້ອງ​ກັນຊາຍ​ແດນມິດຕະພາບ​ທີ່​ສະຫງົບ​ສຸກ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່ການ​ເຄື່ອນ​ໄຫວ​ເຂົ້າ, ອອກ​ເມືອງ, ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ​ລະຫວ່າງ 2 ປະ​ເທດຢ່າງ​ສະດວກລະບາຍ ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ເສດຖະກິດ​ແຕ່ລະ​ປະ​ເທດ. ບົດ​ບັນ​ທຶນ​ແຮກ​ສ່ຽວ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ການ​ຄຸ້ມ​ຄອງດ່ານ​ຊາຍ​ແດນ, ການ​ຕໍ່ສູ້, ຕ້ານ​ອາດຊະຍາ​ກຳ; ພ້ອມ​ກັນ​ນຳ​ການ​ພົວພັນ​ຮ່ວມມື​ດ້ານ​ວິ​ຊາ​ການ​ລະຫວ່າງ 2 ຝ່າຍ​​ໃຫ້​ກາຍ​ເປັນ​ແບບຢ່າງ​ໃນ​ເສັ້ນ​ຊາຍ​ແດນ​ທາງບົກ​ຫວຽດນາມ - ຈີນ.
ຂ່າວ/ບົດ​ອື່ນ