ຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ

(VOVWORLD) - ກອງປະຊຸມຄັ້ງທີ່ 7 ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ອິນໂດເນເຊຍ ໄດ້ຈັດຕັ້ງໃນຕອນບ່າຍວັນທີ 12 ສິງຫາ
ຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ  - ảnh 1 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ (ພາບ: TTXVN)

ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ Enggartiasto Lukita. ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເປັນເອກະພາບມາດຕະການລະອຽດຫລາຍຢ່າງ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດກ່ວາອີກ, ພິເສດແມ່ນໃນຂົງເຂດການຄ້າ, ອຸດສາຫະກຳ, ພະລັງງານ, ຊັບພະຍາກອນໂລຫະ..  ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ກ່ວາອີກ, ທ່ານ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເຫັນດີເປັນເອກະສັນ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນໃນການຄຸ້ມຄອງ ແລະ ພັດທະນາ, ຄົ້ນຄວ້າເພື່ອສ້າງບັນດາຂອບເຂດການຮ່ວມມືໃໝ່ໃນຫລາຍຂົງເຂດກ່ວາອີກ. ພິເສດ ແມ່ນສົ່ງເສີມ, ຊຸກຍູ້ການເຊື່ອມຕໍ່ບັນດາພາກສ່ວນເສດຖະກິດເອກະຊົນຂອງ 2 ປະເທດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ກ່ວາອີກ.

        ສິ້ນສຸດກອງປະຊຸມຄົບຄະນະ, 2 ຝ່າຍໄດ້ເຊັນບົດບັນທຶກກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ, ເຕັກນິກລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ