ຮ່ວມມືສາກົນໃນການພັດທະນາແລະຄຸ້ມຄອງພະຫະນະສື່ມວນຊົນທາງອີນເຕີແນັດ

(VOVWORLD) -ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ສື່ສັງຄົມອອນລາຍໃນສະພາບພັດທະນາຖະແຫຼງຂ່າວຫວຽດນາມ”. ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ: ການປະຕິວັດອຸດສາຫະກຳ 4.0
ຮ່ວມມືສາກົນໃນການພັດທະນາແລະຄຸ້ມຄອງພະຫະນະສື່ມວນຊົນທາງອີນເຕີແນັດ - ảnh 1 (ທ່ານ ຫງວຽນເທກີ໋, ກຳມະການສູນກາງພັກ, ຮອງສາດສະດາຈານ, ປະລິຍາເອກ, ຜູ້ອຳນວຍການໃຫຍ່ VOV)

ພິເສດແມ່ນການປະກົດອອກ ແລະ ພັດທະນາຂອງສື່ສັງຄົມອອນລາຍ ໄດ້ກະທົບຢ່າງແຂງແຮງ, ຫຼາຍດ້ານເຂົ້າບັນດາປັດໃຈພື້ນຖານຂອງພື້ນຖານສື່ມວນຊົນແຕ່ລະປະເທດ, ໃນນັ້ນມີຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທກີ໋, ກຳມະການສູນກາງພັກ, ຮອງສາດສະດາຈານ, ປະລິຍາເອກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຢືນຢັນວ່າ: ຫວຽດນາມ ບໍ່ຫວງຫ້າມນຳໃຊ້ເຄືອຂ່າຍອີນເຕີແນັດ ແລະ ຈຳນວນຜູ້ນຳໃຊ້ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນອອນລາຍ, ນຳໃຊ້ດ້ານດີຂອງສື່ເອເລກໂຕນິກ, ສື່ສັງຄົມ ແລະ ບັນດາພາຫະນະອື່ນໆທາງອີນເຕີແນັດ, ຕ້ອງສືບຕໍ່ສ້າງສຳເລັດກອບກົດໝາຍ, ບັນດາຂໍ້ກຳນົດສຳລັບການດຳເນີນທຸລະກິດໃນຂົງເຂດອີນເຕີແນດ, ໂທລະຄົມມະນາຄົມ, ສື່ມວນຊົນ, ກະຈາຍສຽງ, ໂທລະພາບຢູ່ຫວຽດນາມ.

        “ພວກເຮົາຕ້ອງຖືເປັນສຳຄັນການສົມທົບ ແລະ ຮ່ວມມືກັບສາກົນ ໃນການພັດທະນາ ແລະ ຄຸ້ມຄອງສື່ເອເລັກໂຕນິກ, ແວັບໄຊເອເລັກໂຕນິກ, ສື່ສັງຄົມອອນລາຍ ແລະ ບັນດາພາຫະນະສື່ມວນຊົນອື່ນໆທາງອິນເຕີແນດ. ເອົາໃຈໃສ່ເຖິງວຽກງານສຶກສາ, ບຳລຸງສ້າງ, ສັບຊ້ອນພະນັກງານ, ບັນນາທິການບັນດາອົງການສື່ມວນຊົນ, ພິມຈຳໜ່າຍ, ວັດທະນະທຳ, ສີລະປະ. ຕັ້ງໜ້າ, ເປັນເຈົ້າການຕໍ່ສູ້ກັບບັນດາຂໍ້ມູນຂ່າວຖ້ອຍທຳນອງທີ່ເສກສັນປັ້ນແຕ່ງ, ຜິດພາດໃນສື່ມວນຊົນ, ສື່ສັມຄົມອອນລາຍ ແລະ ບັນດາພາຫະນະສື່ມວນຊົນອື່ນໆ ຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິການ”.

        ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາ ກໍ່ເຮັດແຈ້ງພື້ນຖານທິດສະດີ, ສະພາບຕົວຈິງທາງສື່ສັງຄົມອອນລາຍ ແລະ ບົດຮຽນໃນການຄຸ້ມຄອງສື່ສັງຄົມອອນລາຍຢູ່ຫວຽດນາມ ແລະ ບາງປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ