ຮ່ວມມືສາກົນໃນການສຶກສາຄົ້ນຄວ້າຍົກສູງຄວາມປອດໄພການຈາລະຈອນໃຫ້ຫວຽດນາມ

(VOVWORLD) -ໝາກຜົນຂອງການຮ່ວມມືຄັ້ງນີ້ ຈະໄດ້ນຳໃຊ້ເພື່ອກໍ່ສ້າງນະໂຍບາຍ ແລະລາຍການເຄື່ອນໄຫວຄວາມປອດໄພການຈາລະຈອນລະດັບຊາດ ແລະ ທ້ອງຖິ່ນໃຫ້ແກ່ຫວຽດນາມ

ຕອນເຊົ້າວັນທີ 19 ເມສາ, ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດຫວຽດນາມ ສົມທົບກັບມະຫາວິທະຍາໄລຫວຽດນາມ-ເຢຍລະມັນ, ສະມາຄົມຄວາມປອດໄພທາງການຄົມມະນາຄົມແຫ່ງຊາດ ແລະບັນດາມະຫາວິທະຍາໄລທັງພາຍໃນ ແລະຕ່າງປະເທດ ຈັດຕັ້ງກອງປະຊຸມສຳມະນາສາກົນຂຶ້ນ ພາຍໃຕ້ຫົວຂໍ້ທີ່ວ່າ “ຮ່ວມມືສາກົນໃນການສຶກສາຄົ້ນຄວ້າຍົກສູງຄວາມປອດໄພການຈາລະຈອນ ໃຫ້ແກ່ຫວຽດນາມ”. ກອງປະຊຸມສໍຳມະນາຄັ້ງນີ້ ແນໃສ່ເລີ່ມປະຕິບັດເຄືອຂ່າຍຮ່ວມມືດີເດັ່ນ (NoE) ກ່ຽວກັບການສຶກສາຄົ້ນຄວ້າຍົກສູງຄວາມປອດໄພການຈາລະຈອນໃຫ້ແກ່ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລ, ອົງການສາກົນ (ພິເສດແມ່ນມະຫາວິທະຍາໄລ Hasseelt - ລາຊະອານາຈັກແບນຊິກ), ບັນດາມະຫາວິທະຍາໄລຫວຽດນາມ, ບັນດາອົງການຄຸ້ມຄອງແຫ່ງລັດ ແລະ ບັນດາວິສາຫະກິດທີ່ກ່ຽວຂ້ອງ. ໝາກຜົນຂອງການຮ່ວມມືຄັ້ງນີ້ ຈະໄດ້ນຳໃຊ້ເພື່ອກໍ່ສ້າງນະໂຍບາຍ ແລະລາຍການເຄື່ອນໄຫວຄວາມປອດໄພການຈາລະຈອນລະດັບຊາດ ແລະ ທ້ອງຖິ່ນໃຫ້ແກ່ຫວຽດນາມ ບົນພື້ນຖານຄວາມຮູ້, ບົດຮຽນຂອງລາຊະອານາຈັກແບນຊິກ ແລະບັນດາໂຄງການລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ