ຮ່ວມສຳພັນວົງຄະນາຍາດປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ

ຮ່ວມສຳພັນວົງຄະນາຍາດປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ - ảnh 1
ປັນຍາຊົນ ຫວຽດນາມ ຢູ່ ຍີປຸ່ນ
ພາບ:tintuc.vnn.vn

(vovword)- ວັນທີ 16/6, ສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງການ​ພົບ​ປະ​ສັງ​ສັນປັນຍາ​ຊົນ ຫວຽດນາມ ທີ່​ພວມ​ຄົ້ນ​ຄ້ວາ, ສິດສອນ ​ແລະ ​ເຮັດ​ວຽກ​ຢູ່ ຍີ​່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ Doan Xuan Hung ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່​ປຸ່ນ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ເຊື່ອມ​ຕໍ່ວົງ​ຄະນາ​ຍາດ​ບັນດາ​ນັກວິ​ທະ​ຍາ​ສາດ, ປັນຍາ​ຊົນ ຫວຽດນາມ​ຢູ່​ ຍີ່​ປຸ່ນ, ຊອກ​ຫາ​ບັນດາ​ມາດ​ຕະການ, ທິດ​ທາງ​ນຳ​ຄວາມ​ຮູ້, ວິທະຍາສາດ​ເຕັກນິກ, ​ເທັກ​ໂນ​ໂລ​ຊີ​ຂອງ​ຍີ່​ປຸ່ນ ກັບ​ຄືນ​ເມືອ​ປະ​ເທດ​ ເພື່ອ​ຮັບ​ໃຊ້​ກິດຈະການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ທີ່​ການ​ພົບ​ປະ​ສັງ​ສັນ, ບັນດາ​ຜູ້​ແທນ​ກໍ​​ໄດ້ຍົກ​ອອກ​ຫລາຍ​ຄຳ​ເຫັນ​ອັນຕັ້ງຫນ້າ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ດຶງ​ດູດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ​ຈາກ​ບັນດາ​ບໍລິສັດ​ຂະຫນາດ​ກາງ ​ແລະ ນ້ອຍ​ຂອງ​ ຍີ່​ປຸ່ນ, ຊຸກຍູ້​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ, ບຳລຸງ​ສ້າງ​​ແຫ​ລ່ງຊັບພະຍາກອນ​ມະນຸດ​ກໍ​ຄື​ເລືອກ​ເຟັ້ນບັນດາ​ເຕັກ​ໂນ​ໂລ​ຊີ​​ເໝາະ​ສົມ​ສຳລັບ​ລະດັບ​ຄວາມ​ຮູ້​ຂອງ​ວິ​ສາ​ຫະກິດ ຫວຽດນາມ​ ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ