ຮ່ວມ​ແຮງ​ຮ່ວ​ມ​ໃຈ​ປົກ​ປ້ອງ​​ເດັກ ​ແລະ ​ແມ່ຍິງ​ ຢູ່​ເຂດ​ແຍກ​ຕົວ​ແຫ່ງ​ຕ່າງໆ

(VOVWORLD) -     ວັນທີ 03 ພຶດສະພາ, ກອງທຶນເພື່ອເດັກ ສປຊ (UNICEF) ປະຈໍາ ຫວຽດນາມ, ອົງການ ສປຊກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN WOMEN) ປະຈໍາ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ອອກແຈ້ງການສື່ມວນຊົນຮ່ວມກ່ຽວກັບການປົກປ້ອງເດັກ ແລະ ແມ່ຍິງທີ່ຢູ່ໃນເຂດແຍກຕົວແຫ່ງຕ່າງໆ.
ຮ່ວມ​ແຮງ​ຮ່ວ​ມ​ໃຈ​ປົກ​ປ້ອງ​​ເດັກ ​ແລະ ​ແມ່ຍິງ​ ຢູ່​ເຂດ​ແຍກ​ຕົວ​ແຫ່ງ​ຕ່າງໆ - ảnh 1 ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອໂຄວິດ - 19 ຢູ່ ໂຮງໝໍເມືອງດົ່ງວັນ, ແຂວງຮ່າຢາງ (ພາບ: TTXVN)

        ແຈ້ງການດັ່ງກ່າວໄດ້ເນັ້ນໜັກວ່າ ເດັກນ້ອຍ ແລະ ແມ່ຍິງນັບພັນຄົນຢູ່ເຂດແຍກຕົວແຫ່ງຕ່າງໆໃນທົ່ວປະເທດ ໄດ້ຮັບປະກັນຄວາມປອດໄພ ຍ້ອນບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ, UNICEF ແລະ UN WOMENໃນສະພາບການເກີດໂລກລະບາດໂຄວິດ - 19. ບັນດາຄໍາບອກເຕືອນ ແລະ ຂໍ້ແນະນໍາ ເພື່ອແນໃສ່ໜູນຊ່ວຍສຸຂະພາບຈິດຕະສາດ ສໍາລັບເດັກ, ຜູ້ທີ່ຍັງບໍ່ເຖິງອາຍຸກະສຽນ ກໍໄດ້ຮັບການສະໜອງ ແນໃສ່ປົວແປງຄຸນນະພາບຊີວິດການເປັນຢູ່ໃນເຂດແຍກຕົວແຫ່ງຕ່າງໆ.

        ທ່ານດັ້ງຮວານາມ, ຫົວໜ້າກົມ ເດັກ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຢັ້ງຢືນວ່າ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ລັດຖະບານຫວຽດນາມ ໄດ້ຖືຊີວິດອິນຊີຂອງປະຊາຊົນຂຶ້ນແຖວໜ້າ, ພິເສດແມ່ນເດັກ ແລະ ແມ່ຍິງ ເປັນບຸລິມະສິດແຖວໜ້າ; ເດັກ ແລະ ແມ່ຍິງໄດ້ຮັບການສະໜອງຂໍ້ມູນ, ຄວາມຮູ້, ທັກສະຕ່າງໆ, ໄດ້ຮັບການລະດົມກໍາລັງໃຈ ແລະ ການໜູນຊ່ວຍຢ່າງຄົບຖ້ວນ. 

ຕອບກັບ

ຂ່າວ/ບົດ​ອື່ນ