ຮອງນາຍົກລັດຖະມົນຕີ ຜູ້ທີ 1 ປະເທດສ. Uganda ຢ້ຽມຢາມຫວຽດນາມ


ຮອງນາຍົກລັດຖະມົນຕີ ຜູ້ທີ 1 ປະເທດສ. Uganda ຢ້ຽມຢາມຫວຽດນາມ - ảnh 1
(ພາບ:
dddn.com.vn)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 17-24/9, ທ່ານ​ Henry Kajura ຮອງ​ນາຍົກລັດຖະມົນຕີຜູ້ທີ 1 ປະ​ເທດສາທາລະນະ​ລັດ Uganda ​ໄດ້ມີ​ການ​ພົບ​ປະ​ກັບ​ການ​ນໍາ​ລັດຖະບານ​ຫວຽດນາມ, ຜູ້ຕາງ​ໜ້າ​ກະຊວງ​ອຸດສາຫະກຳ, ການ​ຄ້າ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສາມາດ​​ໃນການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​​ກະສິກໍາ, ການ​ຄ້າ, ການ​ຜະລິດ​ອຸດສາຫະກໍາ, ການ​ລົງທຶນ, ການ​ຮ່ວມ​ມື ​ແລະ ການ​ດໍາ​ເນີນ​ທຸລະ​ກິດ​ເງິນຕາ​ຕ່າງປະ​ເທດ…Uganda ພວມ​ພິຈາລະນາ​ຄວາມ​ສາມາດ​ເລືອກ​ທະນາຄານ SHB ​ແມ່ນ​ຂົວ​ຕໍ່​ໃນ​ຂົງ​ເຂດ​ການ​ລົງທຶນ, ອະ​ປະ​ທໍາ​ດ້ານການ​ຄ້າ, ຊຳລະສາກົນ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ລົງທຶນ​ດໍາ​ເນີນ​ທຸລະ​ກິດດ້ານ​ການສົ່ງອອກ​ນຳ​ເຂົ້າຂາ​ອອກ​ໄປ​ຍັງ ອາ​ຟຣິກກາ, Uganda ​ແລະ ກົງກັນຂ້າມ.

    Uganda ​ແມ່ນປະ​ເທດໜຶ່ງຢູ່​ອາ​ຟຼິກກາ​ຕາ​ເວັນ​ອອກ, ມີ​ຊັບພະຍາກອນ​ທໍາ​ມະ​ຊາດ​ທີ່​ອຸດົມສົມ​ບູນດ້ວຍ​ບັນດາ​ບໍ່​ເຫຼັກ, ບໍ່​ຄຳ ​ແລະ ​ແມ່ນ​ຕະຫຼາດ​ຈຳໜ່າຍທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນສຳລັບ​ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ./.

ຂ່າວ/ບົດ​ອື່ນ