ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ

(VOVWORLD) -  ຕອນເຊົ້າວັນທີ 07 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 6 – 9 ພະຈິກ 2018.
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ - ảnh 1 ທ່ານ ຟ້າມບີງມິງ  ແລະ ທ່ານ Michael Gunner (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ: ເຂດແຄ້ວນ ອົດສະຕາລີເໜືອ ມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫລວງ ກ່ຽວກັບການເຊື່ອມຕໍ່ຄົມມະນາຄົມ ແລະ ການທ່ອງທ່ຽວກັບ ຫວຽດນາມ, ພິເສດແມ່ນບັນດາແຂວງທາງພາກໃຕ້ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບັນດາຄວາມສົນໃຈຂອງ ຫວຽດນາມ ສຳລັບການພັດທະນາກະສິກຳເຕັກໂນໂລຊີສູງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ.

        ສ່ວນທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ຢືນຢັນວ່າ: ຖືເປັນສຳຄັນເພີ່ມທະວີການພົວພັນກັບ ຫວຽດນາມ, ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາກັບ ຫວຽດນາມ ກ່ວາ. ພ້ອມທັງ ພິຈາລະນະເປີດກ້ວາງອອກສູ່ບັນດາຂົງເຂດຄົມມະນາຄົມ, ການທ່ອງທ່ຽວ…

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າເຂດແຄ້ວນ ອົດສະຕາລີເໜືອ, ສ້າງຂອບເຂດການຮ່ວມມືລະຫວ່າງບັນດາວິສາຫະກິດ 2 ຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ