ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຫົວໜ້າກຳມາທິການນະໂຍບາຍພື້ນຖານແຫ່ງຊາດສະພາຕໍ່າຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບ ຫົວໜ້າກຳມາທິການນະໂຍບາຍພື້ນຖານແຫ່ງຊາດສະພາຕໍ່າຍີ່ປຸ່ນ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຕ້ອນຮັບ​
ຫົວ​ໜ້າ​ກຳມາ​ທິການ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດສະພາ​ຕໍ່າ​ຍີ່ປຸ່ນ)


(vovworld) – ຕອນ​ບ່າຍ​ວັນ​ທີ 06/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶດດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຫົວໜ້າກຳມາ​ທິການ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດສະພາ​ຕໍ່າ​ຍີ່ປຸ່ນ Ichiro Aisawa ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ຮ່ວ​ມມື ​ແລະ ພະຍາບານ ຫວຽດນາມ - ຍີ່ປຸ່ນ.

        ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶດດາມ ສະເໜີ​ໃຫ້​ທ່ານ Ichiro Aisawa, ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ໃນ​ວົງ​ການ​ນັກ​ການ​ເມືອງ​ຍີ່ປຸ່ນ, ທ່ານ​ຈະ​​ເອົາ​ໃຈ​ໃສ່ ​ແລະ ​ຕັ້ງໜ້າຂົນຂວາຍ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ສະໜັບສະໜູນ​ເລື່ອ​ງ​ລັດຖະບານ​ຍີ່ປຸ່ນ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ຍູ້​ແຮງ​ການ​ຮ່ວມ​ມື ​ນັບ​ທັງ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ ຕ​້ອນຮັບນາງ​ແພດ, ພະຍາບານຂອງ​ຫວຽດນາມ, ສືບ​ຕໍ່​ຮັກສາ​ການ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງການ (ODA) ​ໃນ​ລະດັບ​ສູງ ຊ່ວຍ​ໃຫ້​ຫວຽດນາມ ພັດທະນາ​ຢ່າງ​ໝັ້ນຄົງ.

        ສ່ວນ​ທ່ານ Ichiro Aisawa ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດ​ຖະບານ​ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ຂອງ​ຍີ່ປຸ່ນ ລົງທຶນ, ດຳ​​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ພິ​ເສດ 2 ຝ່າຍ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມລວມຫວຽດນາມ - ຍີ່ປຸ່ນ ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ