ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມບັນຊີ ແລະ ກວດສອບຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມບັນຊີ ແລະ ກວດສອບຫວຽດນາມໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 6 ອາຍຸການ 2019-2024, ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສະມາຄົມບັນຊີ ແລະ ກວດສອບຫວຽດນາມ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1 
ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມບັນຊີ ແລະ ກວດສອບຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 6 ສະມາຄົມບັນຊີ ແລະ ກວດສອບ 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ສະເໜີ ສະມາຄົມບັນຊີ ແລະ ກວດສອບຫວຽດນາມຈົ່ງສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍຍຸດທະສາດບັນຊີ ແລະ ກວດສອບຫວຽດນາມເຖິງປີ 2020 ແລະ ບັນດາເນື້ອໃນຂອງຍຸດທະສາດໃນໄລຍະໃໝ່, ຕັ້ງໜ້າສົມທົບກັບກະຊວງການເງິນ ແລະ ອົງການກວດສອບແຫ່ງລັດຜັນຂະຫຍາຍແຜນນຳໃຊ້ມາດຖານລາຍງານການເງິນສາກົນ, ສ້າງມາດຕະຖານບັນຊີສາທາລະນະ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ກ່າວວ່າ :

     “ ບັນດາຜູ້ຊ່ຽວຊານຂະແໜງບັນຊີ ແລະ ກວດສອບຫວຽດນາມ ໂດຍຜ່ານການເຄື່ອນໄຫວວິຊາຊີບ ຄວນເຊີດຊູຄວາມຮັບຜິດຊອບປະກອບເຫື່ອແຮງ ແລະ ພູມປັນຍາເພື່ອສ້າງລະບອບເສດຖະກິດ, ລະບຽບການທາງດ້ານກົດໝາຍໃຫ້ສົມບູນແບບ. ຈາກນັ້ນ ປະກອບສ່ວນປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງຄຸນນະພາບການບໍລິຫານງານແຫ່ງຊາດ ແລະ ບໍລິຫານວິສາຫະກິດ, ຮັດແໜ້ນລະບຽບວິໄນໃນການຄຸ້ມຄອງເສດຖະກິດ, ການເງິນ, ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ”

ຕອບກັບ

ຂ່າວ/ບົດ​ອື່ນ